ເມືອງຈັນທະບູລີ ມີຄວາມພ້ອມຈັດງານບຸນອອກພັນສາປະວໍລະນາ – ບຸນຊ່ວງເຮືອ ປະຈຳປີ 2022

ເມືອງຈັນທະບູລີ ມີຄວາມພ້ອມຈັດງານບຸນອອກພັນສາປະວໍລະນາ – ບຸນຊ່ວງເຮືອ ປະຈຳປີ 2022
ງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2022 ຈະຈັດຂຶ້ນຢ່າງຄຶກຄື້ນ ໄປຄຽງຄູ່ກັບການຮັກສາມູນເຊື້ອວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດທີ່ເຄີຍສືບທອດກັນມາ ແຕ່ປູຍ່າຕາຍາຍ ໃຫ້ຢູ່ຄູ່ກັບຄົນລາວຕະຫຼອດການ ຊຶ່ງຈະໄດ້ຈັດຂຶ້ນຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 8-11 ຕຸລາ 2022 ທີ່ຈະມາເຖິງນີ້ ຊຶ່ງໄດ້ກຳນົດເອົາເຮືອ 12 ສີພາຍ 20 ລຳ ແລະ ເຮືອປະເພນີ 55 ສີພາຍ 20 ລຳ, ພ້ອມທັງຈະເຊີນເອົາເຮືອຈາກ 4 ແຂວງມາເຂົ້າຮ່ວມແຂ່ງຂັນ ຄື: ແຂວງໄຊຍະບູລີ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ, ໃນນີ້ການແຂ່ງຂັນຊ່ວງເຮືອ 12 ສີພາຍ ຈະຈັດຂຶ້ນໃນວັນທີ 10 ຕຸລາ ແລະ ເຮືອປະເພນີ 55 ສີພາຍ ຈະຈັດຂຶ້ນໃນວັນທີ 11 ຕຸລາ 2022.
ທ່ານ ພຸດທະພອນ ໂຄດປັນຍາ ຮອງເລຂາພັກເມືອງຈັນທະບູລີ ໄດ້ໃຫ້ຮູ້ໃນວັນທີ 26 ກັນຍາ 2022 ນີ້ວ່າ: ການຈັດງານບຸນອອກພັນສາ ໃນປີນີ້, ຄະນະກຳມະການຈັດງານບຸນ ໄດ້ຈັດສັນພື້ນທີ່ຈັດງານຢ່າງເປັນລະບຽບຮຽບຮ້ອຍ ໂດຍໄດ້ກໍານົດເອົາຈຸດປ່ອຍເຮືອ ຢູ່ເຂດບ້ານສີຖານເໜືອ ເມືອງສີໂຄດຕະບອງ ລົງໄປຫາຜາມໄຊ ໜ້າວັດຈັນ. ສ່ວນສະຖານທີ່ວາງສະແດງ-ຂາຍສິນຄ້າ ກຳນົດເອົາເຂດສວນເຈົ້າອານຸວົງ ແລະ ເສັ້ນທາງເຈົ້າຟ້າງຸ່ມທັງ 2 ຟາກ ນັບແຕ່ໂຮງແຮມລ້ານຊ້າງ ຂຶ້ນມາຫາສາມແຍກປາກປາສັກ ແລະ ເສັ້ນທາງດ້ານໜ້າ ແລະ ດ້ານຫຼັງໂຮງຮຽນປາກປ່າສັກ (ຈົ່ງທາງເຂົ້າ-ອອກ) ໃຫ້ມວນຊົນ ແລະ ລົດການນຳເຂົ້າມາໄດ້ຢ່າງສະດວກ. ພາຍໃນງານຈະມີການວາງສະແດງ ແລະ ຂາຍສິນຄ້າ ແລະ ເຄື່ອງທົ່ວໄປທັງພາຍໃນ ແລະ ຕ່າງປະເທດ, ພ້ອມນີ້, ຍັງໄດ້ເນັ້ນການສົ່ງເສີມຜະລິດຕະພັນ, ສິນຄ້າທີ່ພົ້ນເດັ່ນຂອງທ້ອງຖິ່ນ, ຂອງບ້ານ, ຂອງເມືອງ, ຂອງຄົວຄອບຕົວແບບ, ຄອບຄົວຜະລິດສິນຄ້າໂອດັອບ ເພື່ອເປັນການສົ່ງເສີມຫົວໜ່ວຍທຸລະກິດຕ່າງໆ, ຄາດຄະເນຈຳນວນ ຫົວໜ່ວຍທຸລະກິດ, ຫ້າງຮ້ານ ທີ່ມາວາງສະແດງ, ຂາຍສິນຄ້າ 600 ກວ່າຫົວໜ່ວຍ.
ສຳລັບ ບ່ອນຈອດລົດຈັກ ແລະ ລົດໃຫຍ່ ໄດ້ກຳນົດເອົາບາງຈຸດ ຢູ່ເສັ້ນທາງ 4 ແຍກທະນາຄານພັດທະນາລາວ ລົງມາສີ່ແຍກໄຟແດງສີຫອມ, ສາມແຍກໄຟແດງວັດອິນແປງ, ເສັ້ນທາງເສດຖາທິລາດ ໄປຫາສີ່ແຍກໄຟແດງວັດສີສະເກດ. ສ່ວນສະຖານທີ່ຈອດລົດຂອງການນໍາ, ຄະນະກຳມະການຮັບຜິດຊອບງານບຸນ, ແຂກຖືກເຊີນແມ່ນກຳນົດເອົາເສັ້ນທາງເຈົ້າອານຸວົງໃໝ່ (ແຄມຂອງ) ນັບແຕ່ຈຸດທາງເຂົ້າຈົນຮອດອະນຸສາວະລີເຈົ້າອານຸວົງ. ພ້ອມນັ້ນ, ຄະນະກຳມະການຈັດງານບຸນ ຍັງໄດ້ວາງມາດຕະການ ເພື່ອຄວບຄຸມລາຄາສິນຄ້າ ແລະ ລາຄາຄ່າຝາກລົດ ພາຍໃນງານຢ່າງເຂັ້ມງວດ, ຖ້າຜູ້ປະກອບການລະເມີດຂຶ້ນລາຄາສິນຄ້າ, ຄ່າຝາກລົດ ແລະ ອື່ນໆ ຈະຖືກປັບໃໝຕາມກົົດໝາຍ.
ທ່ານ ພຸດທະພອນ ໂຄດປັນຍາ ຍັງໃຫ້ຮູ້ອີກວ່າ: ມາເຖິງປັດຈຸບັນ ພວກເຮົາມີຄວາມພ້ອມໃນທຸກໆດ້ານ ເພື່ອກະກຽມເຂົ້າສູ່ງານດັ່ງກ່າວ. ສະນັ້ນ, ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ຕະຫຼອດຮອດພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າ ທົ່ວນະຄອນຫຼວງວຽງຈັນ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈເປັນເຈົ້າການປະກອບສ່ວນ ແລະ ເຂົ້າຮ່ວມບຸນອອກພັນສາ ແລະ ບຸນຊ່ວງເຮືອ ປະຈຳປີ 2022 ທີ່ທ່າວັດຈັນ ເມືອງຈັນທະບູລີ ດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີສະຕິລະວັງຕົວ, ເປັນເຈົ້າການໃນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຮັກສາອະນາໄມ ແລະ ມີສະຕິໃນການປ້ອງກັນ, ຄວບຄຸມການລະບາດ ຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.
ຂໍ້ມູນຈາກ : ປະຊາຊົນ

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *