ເປົ້າໝາຍ 03 ກຸ່ມບູລິມະສິດ ທີ່ຈະໄດ້ຮັບວັກຊີນ Pfizer ໃນ ສປປລາວ

ວັນນີ້ 01 ມິຖຸນາ 2021, ສູນຂ່າວສານການແພດ ສຸຂະສຶກສາ ໄດ້ກຳນົດເປົ້າໝາຍ 03 ກຸ່ມບູລິມະສິດ ທີ່ຈະໄດ້ຮັບວັກຊີນ Pfizer ໃນ ສປປລາວ
(1). ຜູ້ສູງອາຍຸ 60 ປີຂື້ນໄປ, ໂດຍຈະມີການກວດເບິ່ງບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼື ຫຼັກຖານຢືນຢັນອື່ນໆ ທີ່ບົ່ງບອກອາຍຸຢ່າງລະອຽດ;
(2). ຜູ້ທີ່ມີພະຍາດປະຈຳຕົວ (ອາຍຸ 18 ປີຂຶ້ນໄປ), ໂດຍຈະມີການກວດເບິ່ງຫຼັກຖານການປິ່ນປົວ ຫຼື ການບົ່ງມະຕິພະຍາດ ຫຼື ຢາທີ່ກິນເປັນປະຈຳ (ໃຫ້ມີເອກະສານຢັ້ງຢືນປະຫວັດການປີ່ນປົວ):
– ພະຍາດໝາກໄຂ່ຫຼັງ,
– ເບົາຫວານ,
– ພະຍາດຫົວໃຈ,
– ພະຍາດທາງເດີນຫາຍໃຈ,
– ພະຍາດຕັບ,
– ພະຍາດຕຸ້ຍ (BMI >30 kg/m2),
– ມະເຮັງ
– ຜູ້ທີມີຄວາມປົກຜ່ອງທາງດ້ານພູ້ມຄູ້ມກັນ ລວມທັງຜູ້ທິມີການປ່ຽນຖ່າຍອະໄວຍະວະ,
– ຜຸ້ທີ່ມີຄວາມດັນເລືອດສູງ,
– ຜູ້ທີມີຄວາມຜິດປົກກະຕິ ທາງດ້ານພັນທຸກຳມາແຕ່ກຳເນີດ (Down syndrome)
(3). ພະນັກງານແພດ ຫຼື ພະນັກງານດ່ານໜ້າທີ່ພາດໂອກາດສັກວັກຊີນຜ່ານມາ.
ໝາຍເຫດ: ສໍາລັບຜູ້ທີ່ບໍ່ທັນໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຊະນິດໃດມາກ່ອນເທົ່ານັ້ນ (ວັກຊີນບໍ່ສາມາດຖືກສັກແບບປົນຊະນິດກັນໄດ້).
ຂໍ້ມູນຈາກ : ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *