ເຕືອນ​ອາກາດຮ້ອນ​ເອົ້າ​ ພ້ອມຈະມີ,​ຝົນຕົກ​ປານກາງ​ ຫາ​ ໜັກ​ ຢູ່ບາງທ້ອງຖິ່ນ ໄລຍະວັນທີ​ 4-6 ມິຖຸນານີ້

ເຕືອນ​ອາກາດຮ້ອນ​ເອົ້າ​ ພ້ອມຈະມີ,​ຝົນຕົກ​ປານກາງ​ ຫາ​ ໜັກ​ ຢູ່ບາງທ້ອງຖິ່ນ ໄລຍະວັນທີ​ 4-6 ມິຖຸນານີ້
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ແຕ່ວັນທີ 31 ພຶດສະພາ – 06 ມິຖຸນາ 2021: ໃນໄລຍະວັນທີ 31 ພຶດສະພາ ຫາ 3 ມິຖຸນານີ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ ພ້ອມດຽວກັນກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຂຶ້ນ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ໃນແຕ່ລະພາກ.
ຈາກນັ້ນໃນວັນທີ 4 ຫາ 6 ມິຖຸນາ 2021 ລົມມໍລະສູມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງຂຶ້ນພັດປົກຄູມ, ຈະເຮັດໃຫ້ມີຝົນຕົກຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ແຈ້ງເຕືອນເພື່ອເຝົ້າລະວັງ ສະພາບອາກາດຮ້ອນເອົ້າຫຼາຍ ແລະ ຝົນຕົກຟ້າຮ້ອງຟ້າເຫຼື້ອມ, ລົມພັດແຮງ​ ໃນວັນທີ 4 ຫາ 6 ມິຖຸນາ 2021 ເນື່ອງຈາກລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມ, ຈະເຮັດໃຫ້ມີຝົນຕົກຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນເອົ້າ ທີ່ຈະເຮັດໃຫ້ເກີດມີອັກຄີໄພ ແລະ ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະອາດຈະຖືກຟ້າຜ່າໄດ້.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *