ເຕືອນເດີ້!!! ເບິ່ງສູດຈາກຢູທູບຫວັງໃຫ້ງົວຕຸ້ຍ ສຸດທ້າຍຕາຍ 6ໂຕ

ວັນທີ 16 ພຶດສະພາ 2021 ນີ້ ມີງົວຂອງປະຊາຊົນບ້ານ ສີທາດ ເມືອງ ຕົ້ນເຜິ້ງ ລົ້ມຕາຍແບບກະທັນຫັນພ້ອມກັນຫຼາຍໂຕ ຕາມການລົງກວດກາຕົວຈິງຂອງເຈົ້າໜ້າທີ່ກ່ຽວຂ້ອງຈຶ່ງໄດ້ຮູ້ວ່າ ເປັນງົວຂອງທ່ານບຸນຕານ ວົງປັນຍາ ປະຊາຊົນບ້ານ ສີທາດ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ.
ຕາມການສຳພາດເຈົ້າຂອງງົວໃຫ້ຮູ້ວ່າ: ກ່ອນໜ້ານີ້ຕົນເອງ ແລະ ຄອບຄົວ ໄດ້ເອົາປຸ໋ຍກາເຮືອໃບປະສົມນໍ້າໃຫ້ງົວກິນໃນອັດຕາສ່ວນ ນໍ້າ 03 ຖັງ ປະສົມກັບປຸ໋ຍ ປະມານ 01 ກິໂລ ເຊິ່ງຜ່ານມາຕົນກໍໄດ້ປະສົມໃຫ້ງົວກິນເປັນປະຈໍາ ແຕ່ກໍ່ບໍ່ປາກົດເປັນຫຍັງ.
ສູດໃນການປະສົມນີ້ ແມ່ນໄດ້ບົດຮຽນມາຈາກຊ່ອງຢູທູບ ວ່າການເອົາປຸ໋ຍປະສົມນໍ້າໃຫ້ງົວກິນເຮັດໃຫ້ງົວຕຸຸ້ຍດີ ແລະ ໃຫຍ່ໄວ ຈຶ່ງໄດ້ນໍາມາໃຊ້ກັບສັດລ້ຽງຂອງຕົນ ໂດຍສະເພາະແມ່ນງົວ.
ມາຮອດຕອນທ່ຽງຂອງ ວັນທີ 16 ພຶດສະພາ ຈຶ່ງເກີດເຫດການບໍ່ຄາດຄິດຂຶ້ນ ເສຍງົວຈໍານວນ 06 ໂຕ ເຊິ່ງສາເຫດອາດເກີດຈາກການເອົາປຸ໋ຍປະສົມນໍ້າໃຫ້ງົວກິນ ບວກກັບສະພາບອາກາດຮ້ອນອົບເອົ້າແດ່.
ທ່ານ ບຸນຕານ ເຈົ້າຂອງງົວ ຍັງໄດ້ກ່າວຝາກເປັນບົດຮຽນເຖິງຜູ້ທີ່ລ້ຽງສັດໃຫຍ່ ໂດຍສະເພາະງົວ ແລະ ຄວາຍ ວ່າບໍ່ຄວນເອົາເປັນແບບຢ່າງ ການເອົາປຸ໋ຍປະສົມນໍ້າໃຫ້ສັດລ້ຽງກິນອາດເຮັດໃຫ້ສັດລ້ຽງຕາຍ ດັ່ງທີ່ໄດ້ເກີດກັບງົວຂອງຕົນ ເຊິ່ງເປັນຄວາມເສຍຫາຍຫຼາຍລ້ານກິບ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *