ເດັກນ້ອຍອາຍຸຕໍ່າກວ່າ 5 ປີຕິດເຊື້ອແລ້ວ 6 ຄົນ, ອາຍຸສູງ 60 ປີຂຶ້ນໄປ 6 ຄົນ

ເດັກນ້ອຍອາຍຸຕໍ່າກວ່າ 5 ປີຕິດເຊື້ອແລ້ວ 6 ຄົນ, ອາຍຸສູງ 60 ປີຂຶ້ນໄປ 6 ຄົນ

ຜົນກວດໃນວັນທີ 1 ພຶດສະພາ ພົບກໍລະນີຕິດເຊື້ອໂຄວິດ-19 ຈຳນວນ112ຄົນ.ໃນນີ້ນະຄອນຫຼວງ34ຄົນ, ແຂວງບໍ່ແກ້ວ60ຄົນ,ແຂວງຈໍາປາສັກ11ຄົນ, ສະຫວັນນະເຂດ 3ຄົນ, ແຂວງວຽງຈັນ 3 ຄົນ ແລະ ແຂວງບໍລິຄໍາໄຊ 1ຄົນ.

ສຳລັບ ສປປ ລາວ ໃນວັນທີ 1 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3.091 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 112 ຕົວຢ່າງ, ເຊີ່ງແບ່ງອອກເປັນແຕ່ລະແຂວງດັ່ງນີ້ ນະຄອນຫຼວງ 34 ຄົນ,ແຂວງວຽງຈັນ 3 ຄົນ,ຈໍາປາສັກ 11ຄົນ, ບໍ່ແກ້ວ 60ຄົນ (ເມືອງຕົ້ນເຜິ້ງ 57 ຕົວຢ່າງ ແລະ ແຂວງບໍ່ແກ້ວ 3 ຕົວຢ່າງ),ສະຫວັນນະເຂດ 3 ຄົນແລະບໍລິຄໍາໄຊ 1 ຄົນ.

ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ກ່າວວ່າ: ປະຈຸບັນ ສປປ ລາວ ມີ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 933 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 51 ຄົນ ແລະ ຍັງນອນຕິດຕາມປິ່ນປົວທັງໝົດ ຈຳນວນ 882 ຄົນ ເຊິ່ງໃນນັ້ນມີເດັກນ້ອຍອາຍຸຕໍ່າກວ່າ 5 ປີມີ 6 ຄົນ ( ອາຍຸຕໍ່າສຸດແມ່ນ 2 ເດືອນທີ່ຕິດເຊື້ອແລ້ວ), ສ່ວນຜູ້ອາຍູສູງອາຍຸຫຼາຍກວ່າ 60 ປີແມ່ນມີ 6 ຄົນ ( ອາຍຸສູງສຸດ 90 ປີ 1 ຄົນ ) ຖືເປັນກຸ່ມທີ່ສ່ຽງທີ່ສຸດ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *