ເກີດແຜ່ນດິນໄຫວ ແຮງສັ່ນສະເທືອນ 3.4 ຣິກເຕີ ຢູ່ເມືອງຍອດອູ ແຂວງຜົ້ງສາລີ
ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 30 ກັນຍາ 2022, ເວລາ 03:40 ໂມງ ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃຫ້ຮູ້ວ່າ: ໃນຂອບເຂດທົ່ວປະເທດ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດ ຈຳນວນ 01 ຄັ້ງ, ໃນບໍລິເວນ ແຂວງ ຜົ້ງສາລີ ລາຍລະອຽດຂອງການ
ເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້:
1. ໃນເວລາ 03:40:52 ຂອງໂມງທ້ອງຖິ່ນ ຂອງວັນທີ 30 ກັນຍາ 2022 ນີ້ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 21.973ºN ແລະ ເສັ້ນແວງທີ່ 101.691°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.4 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ
10 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບໍລິເວນ ເມືອງ ຍອດອູ ແຂວງ ຜົ້ງສາລີ.
ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ຍອດອູ ປະມານ 20 KM ແລະ ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.