ຮຽບຮ້ອຍ ເຈົ້າໜ້າທີ່ເຮັດແທ້ ກວດກາຮ້ານອາຫານທີ່ລະເມີດ ຄຳແນະນຳເພີ່ມເຕີມຂອງຄະນະສະເພາະກິດ
ພະແນກຕຳຫຼວດທ່ອງທຽວ ສົມທົບແໜ້ນຫຼາຍພາກສ່ວນ. ກວດກາຮ້ານອາຫານທີ່ລະເມີດ ຄຳແນະນຳເພີ່ມເຕີມ ຂອງຄະນະສະເພາະກິດ ເລກທີ 3443/ສພກ ຢ່າງເຂັ້ມງວດ
ໃນວັນທີ 17 ເມສາ 2021 ເວລາ 21ໂມງ 55ນາທີ ເຈົ້າໜ້າທີ່ພະແນກຕຳຫຼວດທ່ອງທ່ຽວ ສົມທົບກັບກອງພັນປ້ອງກັນເຄື່ອນທີ່, ປກສ ເມືອງສີສັດຕະນາກ ແລະ ພາກສ່ວນທີ່ກ່ຽວຂ້ອງ
ລົງກວດກາລາດຕະເວນພົບເຫັນ ຮ້ານອາຫານ ເຍົາວະຣາດ 2 ຕັ້ງຢູ່ທາງຕັດໃໝ່ ບ້ານໂພນປາເປົ້າ ເມືອງສີສັດຕະນາກ ນວ ໄດ້ເປີດໃຫ້ບໍລິການທີ່ຂັດກັບຄຳແນະນຳເພີ່ມເຕີມ
ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ເລກທີ 3443/ສພກ ລົງວັນທີ 12 ເມສາ 2021 ແລະ ລະເມີດຕໍ່ແຈ້ງການ ເລກທີ 0483/ຖວທ.ນວ
ສະນັ້ນເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກວດກາເອກະສານນຳເຈົ້າຂອງຮ້ານຊື່ ທ້າວ ທັດສອນ ສຸດດາຣານິ ເຫັນວ່າບໍ່ມີໃບອະນຸຍາດດຳເນີນທຸລະກິດ ຈຶ່ງສ້າງບົດບັນທຶກກ່າວເຕື່ອນ ແລະ
ໃຫ້ປິດບໍລິການຈົນຮອດວັນທີ 30 ເມສາ 2021 ຈົນກວ່າຈະມີຄຳສັ່ງ, ແຈ້ງການໃຫ້ສາມາດເປີດບໍລິການໄດ້ ພ້ອມທັງແນະນຳໃຫ້ໄປຂໍໃບອະນຸຍາດດຳເນີນທຸລະກິດຈາກພາກ ສ່ວນທີ່ກ່ຽວຂ້ອງກ່ອນຈຶ່ງສາມາດເປີດໃຫ້ບໍລິການໄດ້.
ຕໍ່ກັບບັນຫາດັ່ງກ່າວ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດ, ຮ້ານບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ,ຮ້ານອິນເຕີເນັດກາເຟຕ່າງໆ
ໃຫ້ປິດສະຖານທີ່ໃຫ້ບໍລິການຂອງຕົນ ເພື່ອປ້ອງກັນສະກັດກັ້ນບໍ່ໃຫ້ພະຍາດໂຄວິດ-19 ມີການແຜ່ລະບາດໃນປະເທດເຮົາ ກໍ່ຄືຢູ່ນະຄອນຫຼວງວຽງຈັນ ແລະ ຕໍ່ກັບຜູ້ລະເມີດຖ້າກວດພົບແມ່ນໃຫ້ເຮັດບົດບັນທຶກກ່າວເຕືອນ
ຖ້າຍັງສືບຕໍ່ແມ່ນໃຫ້ຢຶດໂຈະໃບທະບຽນ, ປິດກິດຈະການ ພ້ອມທັງປັບໃໝຕາມບຽບການ ແລະ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນຈົ່ງຊ່ວຍກັນເປັນຫູເປັນຕາ
ຖ້າພົບເຫັນວ່າສະຖານທີ່ໃດຫາກມີການລະເມີດຕາມໜັງສືແຈ້ງການ, ແລະ ມີການຊຸມນຸມທີ່ເປັນຄວາມສ່ຽງໃນການແຜ່ລະບາດຂອງພະຍາດໂຄວິດ-19 ນັບແຕ່ວັນທີ 13-30 ເມສາ 2021
ໃຫ້ແຈ້ງເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.