ຮູ້ແລ້ວບໍ່ 7 ຄຳທຳນາຍ ປີໃໝ່ລາວ 2021 ປີນີ້ຈະມີຫຍັງເກີດຂຶ້ນແດ່

[1]. ນາງສັງຂານປະຈຳປີ 2021 ແມ່ນເທບທິດາອົງທີ່ 4 ຂອງພຣະຍາກະບິນລະພົມຊົງມີພຣະນາມວ່າ : ນາງມົນທາເທວີ, ຊົງພາຫຸຣັດທັດດອກຈຳປາແດງ,

ອາພອນປະດັບດ້ວຍແກ້ວໄພທູນ(ແກ້ວສີຂຽວໃບໄມ້), ພັກສາຫານສະເຫວີຍນົມເນີຍເປັນອາຫານ, ພຣະຫັດຂວາຊົງຖືເຫລັກແຫລມ(ຫອກ) ,

ພຣະຫັດຊ້າຍຊົງຖືໄມ້ເທົ້າ, ສະເດັດນອນຫລັບຕາມາເທີງຫລັງລາເປັນພາຫານະ.

[2]. ເກນພິລຸນສາດ : ພຣະເສົາເປັນອະທິບໍດີ, ພຣະຍານາກຫລິ້ນນ້ຳ6 ໂຕ, ບັນດານໃຫ້ຝົນຕົກ 400 ຫ່າ, ຕົກໃນຈັກກະວານ 160 ຫ່າ,

ຕົກໃນປ່າຫິມະພານ 120 ຫ່າ, ຕົກໃນມະຫາສະຫມຸດ 80 ຫ່າ, ຕົກໃນໂລກມະນຸດ 40 ຫ່າ.

[3]. ເກນທາຣາທິຄຸນ : ຕົກລາສີອາໂປ, ນໍ້າຈະມາກ, ຝົນຈະມີອຸດົມທຸກແຫ່ງ, ນາດອນ ແລະ ນາລຸ່ມຈະດີທຸກແຫ່ງ, ຈະມີລົມພັດມາບາງຄັ້ງຄາວໃນທິດທັງສີ່ຕາມລະດູການ.

[4]. ເກນທັນຍາຫານ : ຊື່ວ່າ “ວິບັດ” ເຂົ້າກ້າໃນໄຮ່ນາຈະມີດ້ວງ ບົ້ງ ແມງກິນ ຖ້າບໍ່ກະກຽມວິທີແກ້ໄວ້ໃຫ້ທັນຈະໄດ້ຮັບຜົນແຕ່ເຄິ່ງໜຶ່ງ ເສຍໄປເຄິ່ງໜຶ່ງ.

[5]. ຜະລາມັດຊະມັງສາຫານ : ໝາກໄມ້ຈະບໍ່ສູ້ເປັນດົກໜາປານໃດ ໝາກໄມ້ຈະແພງ ຊີ້ນປາອາຫານຈະມີພໍສົມຄວນ.

[6]. ຣຸກຂະຊາດ : ໄມ້ອ້ອຍຊ້າງເປັນພະຍາ, ນ້ຳຈະຫລາຍຈະມີນ້ຳຖ້ວມ; ປູກເຂົ້າໄດ້ດີ ປູກໝາກເຜັດ ປູກພູດີທຸກຢ່າງ.

[7]. ເກນກາລະໂຍກ : ວັນອາທິດເປັນທຸງໄຊ, ວັນຈັນເປັນອະທິບໍດີ, ວັນສຸກເປັນອຸບາດ, ວັນພຸດເປັນໂລກາວິນາດ.

ອີງຕາມຄຳທຳນາຍຕາມຫລັກໂຫລາສາດລາວປະຈຳປີສະຫລູ, ຈສ. 1383, ຄສ. 2021, ພສ. 2564;

ຄຳນວນໂດຍ : ສາທຸ ບຸນທັນ ປຸນຍະກາມະເຖຣະ, ທີ່ວັດປ່າໂພນເພົາວະນາຣາມນະຄອນຫລວງພຣະບາງ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *