ອຸບັດເຫດ ທົ່ວປະເທດ ປີ 2021 ມີ ທັງໝົດ 5.​576 ລາຍ

ທ່ານ ພັນເອກ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຂ່າວເມື່ອບໍ່ດົນມານີ້ວ່າ: ອຸບັດເຫດ ທົ່ວປະເທດ ປະຈໍາປີ ປີ 2021 ມີດັ່ງນີ້: ອຸບັດເຫດ 5.​576 ລາຍ ສົມທຽບໃສ່ປີ ຜ່ານມາຫຼຸດລົງ 1.​198 ລາຍ, ພາຫະນະເປ່ເພ 9.​910 ຄັນ ສົມທຽບໃສ່ປີຜ່ານມາຫຼຸດລົງ 2.​097 ຄັນ, ຄົນໄດ້ຮັບບາດເຈັບ 8.​388 ຄົນ ສົມທຽບໃສ່ປີຜ່ານມາຫຼຸດລົງ 1.​639 ຄົນ ແລະ ເສຍຊິວິດ 831 ຄົນ ສົມທຽບໃສ່ປີຜ່ານມາຫຼຸດລົງ 200 ຄົນ.
ອຸບັດເຫດສະເພາະນະຄອນຫຼວງວຽງຈັນ ປີ 2021​ມີດັ່ງນີ້: ອຸບັດເຫດເກີດຂຶ້ນ 853 ລາຍ ທຽບໃສ່ປີຜ່ານມາຫຼຸດລົງ 302 ລາຍ, ພາຫະນະເປ່ເພ 1.​775 ຄັນ ທຽບໃສ່ປີຜ່ານມາຫຼຸດລົງ 532 ຄັນ, ຄົນໄດ້ຮັບບາດເຈັບ 720 ຄົນ ທຽບໃສ່ປີຜ່ານມາຫຼຸດລົງ 478 ຄົນ ແລະ ເສຍຊີວິດ 161 ຄົນທຽບໃສ່ປີຜ່ານມາຫຼຸດລົງ 29 ຄົນ.
ສາເຫດຫຼັກ ທີ່ພາໃຫ້ເກີດອຸບັດເຫດ ທົ່ວປະເທດ ດັ່ງນີ້: ດື່ມເຫຼົ້າ 1.​031 ກໍລະນີ, ຄວາມໄວ 1.​606 ກໍລະນີ, ປ່ຽນທິດທາງ 707 ກໍລະນີ, ຊີງບໍ່ຮັບປະກັນ 468 ກໍລະນີ , ບໍ່ປ່ອຍສິດ 601 ກໍລະນີ, ລ່ວງປ້າຍຫ້າມ 183 ກໍລະນີ,​ ເຕັກນິກບໍ່ຮັບປະກັນ 116 ກໍລະນີ ແລະ ອື່ນໆ 921 ກໍລະນີ.
ພາຫະນະຮ່ວມເກີດອຸບັດເຫດ ສະເພາະ ຕໍາຄົນຍ່າງ, ລົ້ມເອງ ແລະ ປິ້ນເອງ ທົ່ວປະເທດ ປີ 2021 ດັ່ງນີ້: ລົດຈັກ ຕຳຄົນຍ່າງ 139 ລາຍ ເສຍຊີວິດ 3 ຄົນ, ລົດຈັກລົ້ມເອງ 292 ລາຍ ເສຍຊີວິດ 57 ຄົນ, ລົດຍົນຕຳຄົນຍ່າງ 122 ລາຍ ເສຍຊີວິດ 33 ຄົນ ແລະ ລົດປີ້ນເອງ 138 ລາຍ ເສຍຊີວິດ 36 ຄົນ.​
ທ່ານ ຍັງໃຫ້ຮູ້ຕື່ມວ່າ: ສຳລັບອຸບັດເຫດ ປີ 2021 ຢູ່ເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ, ວັນທີ 22/12/2020 -22/12/2021 ສະພາບອຸບັດເຫດ ເກີດທັງໝົດ ຈໍານວນ 76 ລາຍ, ພາຫະນະເປ່ເພເລັກໜ້ອຍ 30 ຄັນ, ເປ່ເພສົມຄວນ 53 ຄັນ, ໃຊ້ການບໍ່ໄດ້ 5 ຄັນ, ຄົນບາດເຈັບເລັກໜ້ອຍ 33 ຄົນ, ເຈັບສົມຄວນ 12 ຄົນ, ສາຫັດ 8 ຄົນ, ເສຍຊີວິດ 4 ຄົນ ຍິງ 1 ຄົນ, ສັດລ້ຽງບາດເຈັບ 1 ໂຕ, ຕາຍ 9 ໂຕ. ພາຫະນະເກີດຮ່ວມ ມີລົດຍົນເສຍຫຼັກຕໍາຮົ້ວ 27 ລາຍ, ເສຍຊີວິດ 1 ຄົນ, ລົດຍົນຕໍາລົດຍົນ 16 ລາຍ, ເສຍຊີວິດ 1 ຄົນ , ລົດຍົນຕໍາຫົວມູມ 8 ລາຍ. ລົດຍົນເສຍຫຼັກລົງຂ້າງທາງ 8 ລາຍ. ລົດຍົນຕໍາສັດລ້ຽງ 6 ລາຍ, ເສຍຊີວິດ 2 ຄົນ ຍິງ 1 ຄົນ ແລະ ກໍລະນີອື່ນໆ 11 ລາຍ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *