ອຸຕຸແຈ້ງ! ທົ່ວປະເທດ ອາກາດຈະເຢັນລົງ, ເນື່ອງຈາກມວນອາກາດເຢັນທີ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ໄດ້ມີກໍາລັງແຮງເພີ່ມຂຶ້ນຕື່ມອີກ ສົມທົບກັບກະແສລົມຕາເວັນອອກ-ຕາເວັນ ອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ລົງຕື່ມອີກ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນເຂດພາກເໜືອ ສ່ວນພາກກາງ ແລະ ພາກໃຕ້ ອາກາດເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນ ບາງໂອກາດ.
