ອຸຕຸແຈ້ງເຕືອນ​ພາຍຸ​ຝົນຕົກໜັກ,​ ລົມພັດແຮງ​ໄລຍະ​ 26-29​ ຕຸລານີ້​ ຢູ່ພາກໃຕ້ ແລະ​ ພາກກາງ

ຝົນຍັງບໍ່ໝົດ!​ ອຸຕຸແຈ້ງເຕືອນ​ພາຍຸ​ຝົນຕົກໜັກ,​ ລົມພັດແຮງ​ໄລຍະ​ 26-29​ ຕຸລານີ້​ ຢູ່ພາກໃຕ້ ແລະ​ ພາກກາງ
ພາຍຸດີເປູ່ຊັ້ນ (Tropical Depression), ສະບັບທີ 1​ ເຊິ່ງໄດ້ກໍ່ຕົວຢູ່ເຂດທະເລຈີນຕອນລຸ່ມ, ຊຶ່ງໃນເວລາ 07 ໂມງ 00 ຂອງວັນທີ 25 ຕຸລາ 2021 ມີຈຸດສູນກາງຢູ່ເສັ້ນຂະໜານທີ 10.8 ອົງສາເໜືອ ແລະ ເສັ້ນແວງທີ 114.2 ອົງສາຕາເວັນອອກ,​ ກໍາລັງເຄື່ອນທີ່ໃນທິດຕາເວັນຕົກສ່ຽງເໜືອ ຊຶ່ງຄວາມໄວສູງສຸດຢູ່ໃກ້ຈຸດສູນກາງ 45 ກິໂລແມັດຕໍ່ຊົ່ວໂມງ.
ພາຍຸຫົວນີ້ຈະເຄື່ອນທີ່ຂຶ້ນຝັ່ງທາງພາກໃຕ້ຂອງປະເທດຫວຽດນາມໃນຕອນເຊົ້າຂອງວັນທີ 27 ຕຸລາ 2021 ແລະ ສືບຕໍ່ເຄື່ອນທີ່ຜ່ານພາກເໜືອຂອງປະເທດກຳປູເຈຍໃກ້ກັບພາກໃຕ້ຂອງປະເທດລາວ ໃນວັນທີ 28 ຕຸລາ 2021 ນີ້.​ ຄາດຄະເນເສັ້ນທາງການເຄື່ອນທີ່ຂອງພາຍຸ​ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ພາກໃຕ້ ແລະ ພາກກາງໃນໄລຍະວັນທີ 26 ຫາ 29 ຕຸລາ 2021.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ອັດຕະປື,​ ຈຳປາສັກ, ເຊກອງ, ສາລະວັນ, ສະຫວັນນະເຂດ ແລະ ຄຳມ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີ ນ້ຳຖ້ວມອັ່ງ ແລະ ນ້ຳຖ້ວມຍື່ງ, ຕົ້ນໄມ້ຫັກລົ້ມ ແລະ ເຮືອນເປ່ເພ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ໜ້ານີ້.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *