ອຸຕຸແຈ້ງອາທິດນີ້​ ຈະມີຝົນຕົກ​ປານກາງ​ ຫາ​ ຕົກ​ໜັກ​ ຢູ່ບາງທ້ອງຖິ່ນ​ແຂວງພາກກາງ​ ຫາ​ ພາກໃຕ້​ ໄລຍະ​ 12-18​ ກັນຍານີ້

ກົມອຸຕຸ​ນິຍົມ​ແລະ​ອຸທົກກະສາດ​ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 12 ຫາ 18 ກັນຍາ 2022​ ວ່າ:
ໃນໄລຍະໜື່ງອາທິດຕໍ່ໜ້າ ວັນທີ 12 ຫາ 13 ກັນຍານີ້ ຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກພາກຂອງ
ປະເທດລາວດ້ວຍກໍລັງອ່ອນ ສົມທົບກັບລົມຕາເວັນອອກພັດປົກຄຸມເປັນສ່ວນໃຫຍ່, ຊື່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າໂດຍສະເພາະຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ.
ຈາກນັ້ນວັນທີ 14 ຫາ 18 ກັນຍາ 2022 ຮ່ອງຄວາມກົດ
ດັນອາກາດຕໍ່າຈະພາດຜ່ານ ຢູ່ແຂວງພາກກາງ ແລະ ພາກໃຕ້ຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ້ມກຳລັງແຮງຂື້ນພັດປົກຄຸມເປັນສ່ວນໃຫ່ຍ, ຊື່ງຈະເຮັດໃຫ້ມີຝົນຕົກເພີ້ມຂື້ນຢູ່ໃນແຕ່ລະພາກໃນລະດັບຄ່ອຍ ຫາ​ ປານກາງ ແລະ ຕົກໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນແຂວງພາກກາງ ແລະ ພາກໃຕ້.

 

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *