ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໄລຍະວັນທີ 8 ຫາ 14 ສິງຫາ 2022 ນີ້ ເຊິ່ງໄດ້ມີຄໍາເຕືອນໃຫ້ເຝົ້າລະວັງສະພາບຝົນຕົກໜັກຟ້າຮ້ອງ-ຟ້າເຫຼື້ອມ ແລະ ດິນເຈື່ອນ ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າ ຈະພາດຜ່ານຢູ່ແຂວງພາກກາງ ລົງຫາ ພາກໃຕ້ຂອງປະເທດລາວ, ປ່ອງເຂົ້າເຂົ້າສູ່ບໍລິເວນຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນທີ່ມີກໍາລັງແຮງພັດປົກຄຸມເຂດພາກເໜືອຂອງປະເທດຫວຽດນາມ ເຊິ່ງມີທ່າອ່ຽງກຳລັງກໍໂຕເປັນພາຍຸໝຸນເຂດຮ້ອນ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫຍ່ ຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ຝົນຕົກໜັກ, ນໍ້າຖ້ວມຊູ, ນໍ້າຖ້ວມຍື່ງ ແລະ ດິນເຈື່ອນ ເນື່ອງຈາກຈະມີຝົນຕົກຕິດຕໍ່ກັນຫຼາຍວັນ. ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈຳ
