ອຸຕຸເຕືອນ! ວັນທີ 7-13 ມິຖຸນານີ້ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມຢູ່ທົ່ວທຸກພາກ

ກົມອຸຕຸນິຍົມ ແລະ ອຸທົກະສາດ ລາຍງານໃຫ້ຮູ້ວ່າ: ໃນໄລຍະວັນທີ 7-10 ມິຖຸນາ 2021 ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເຫນືອ ຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມຢູ່ທຸກພາກຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປເປັນບໍລິເວນກ້ວງ ແລະ ຕົກປານກາງ ຫາ ຫນັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເຫນືອ ແລະ ພາກກາງ, ຈາກນັ້ນ ໄລຍະວັນທີ 11–13 ມິຖຸນາ 2021 ອາກາດຈະ ຮ້ອນຂຶ້ນຕື່ມອີກ ແລະ ສະພາບຝົນໂດຍທົ່ວໄປຈະມີຝົນຕົກຫຼຸດລົງໃນແຕ່ລະພາກ ໂດຍສະເພາະເຂດພາກໃຕ້ຈະມີ ຝົນຕົກຫນ້ອຍ.
ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:
ພາກເຫນືອດ້ານຕາເວັນອອກ: ອາກາດຮ້ອນຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປເປັນບໍລິເວນກ້ວາງ ແລະ ຕົກປານກາງ ຫາ ຫນັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ອຸນຫະພູມຕໍ່າສຸດ 19–21 ອົງສາ ແລະ ສູງສຸດ 28–30 ອົງສາ. ພາກເຫນືອດ້ານຕາເວັນຕົກ: ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກ ປານກາງ ຫາ ຫນັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ອຸດົມໄຊ, ຫຼວງນ້ຳທາ, ບໍ່ແກ້ວ, ຫຼວງພະ ບາງ ແລະ ໄຊຍະບູລີ, ອຸນຫະພູມຕໍ່າສຸດ 24-26 ອົງສາ ແລະ ສູງສຸດ 36–38 ອົງສາ.
ພາກກາງ: ອາກາດຮ້ອນ ຫາ ຮ້ອນເອົ້າ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຫນັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະ ເຂດ ອຸນຫະພູມຕໍ່າສຸດ 25 – 27 ອົງສາ ແລະ ສູງສຸດ 36–38 ອົງສາ.
ສະເພາະແຂວງໄຊສົມບູນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງ ບໍລິເວນ ອຸນຫະພູມຕໍ່າສຸດ 16-18 ອົງສາ ແລະ ສູງສຸດ 28–30 ອົງສາ.
ພາກໃຕ້: ອາກາດຮ້ອນ ຫາ ຮ້ອນເອົ້າ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປເປັນບໍລິເວນກ້ວາງ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ຈໍາປາສັກ, ອັດຕະປື ແລະ ເຊກອງ. ອຸນຫະພູມຕໍ່າສຸດ 24-26 ອົງສາ ແລະ ສູງສຸດ 36–38 ອົງສາ. ສະເພາະເຂດພູພຽງບໍລະເວນ: ມີຝົນຕົກຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 14-16 ອົງສາ ແລະ ສູງສຸດ 26-28 ອົງສາ.
ນະຄອນຫຼວງວຽງຈັນ: ອາກາດຮ້ອນ ຫາ ຮ້ອນເອົ້າ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອູນຫະພູມຕໍ່າສຸດ 25-27 ອົງສາ ແລະ ສູງສຸດ 35–37 ອົງສາ.
ຄໍາເຕືອນ ເພື່ອເຝົ້າລະວັງ: ຝົນຕົກຟ້າຮ້ອງຟ້າເຫຼື້ອມ, ລົມແຮງ ແລະ ດິນເຈື່ອນໃນໄລຍະວັນທີ 7-10 ມິຖຸນາ 2021: ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເຫນືອຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງ ໃຕ້ພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປເປັນ ບໍລິເວນກ້ວາງ ແລະ ຕົກ ປານກາງ ຫາ ຫນັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເຫນືອ ແລະ ພາກກາງ. ດັ່ງນັ້ນ, ປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ຝົນຕົກຟ້າຮ້ອງຟ້າເຫຼື້ອມຕິດຕໍ່ ກັນຫຼາຍວັນ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນເກີດຂຶ້ນໄດ້ຢູ່ບາງທ້ອງຖິ່ນແຂວງພາກເຫນືອ, ພ້ອມນີ້ຂໍໃຫ້ ຕິດຕາມການລາຍງານຂ່າວສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *