ອຸຕຸເຕືອນ!! ວັນທີ 5-11 ກັນຍາ 2022 ນີ້ ທົ່ວທຸກພາກຈະມີຝົນຕົກໜັກພ້ອມມີລົມພັດແຮງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ໃນໄລຍະໜຶ່ງອາທິດ ວັນທີ 5-11 ກັນຍາ 2022 ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ແຂວງພາກເໜືອ ດ້ານຕາເວັນຕົກ ລົງຫາພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ ແລະ ຕົກໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກ ລົງຫາພາກກາງ ແລະ ພາກໃຕ້.
– ພາກເໜືອດ້ານຕາເວັນອອກ:
ໃນໄລຍະຕົ້ນອາທິດແຕ່ວັນທີ 5-11 ກັນຍາ 2022 ຈະມີຝົນຕົກຟ້າຮ້ອງ-ຟ້າເຫລື້ອມໃນ ລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕ່ໍາ ສຸດ 17-21 ອົງສາ ແລະ ສູງສຸດ 25–30 ອົງສາ.
– ພາກເໜືອດ້ານຕາເວັນຕົກ:
ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫລື້ອມໃນ ລະດັບຄ່ອຍ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນໃນກາງຫາທ້າຍອາທິດ ອຸນຫະພູມຕ່ໍາສຸດ 22-25 ອົງສາ ແລະ ສູງສຸດ 32-35 ອົງສາ.


– ພາກກາງ:
ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 23-25 ອົງສາ ແລະ ສູງສຸດ 32-35 ອົງສາ, ສໍາລັບແຂວງ ໄຊສົມບູນ: ຈະມີຝົນຕົກຟ້າຮ້ອງ-ຟ້າເຫລື້ອມໃນລະດັບ ຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕ່ໍາສຸດ 15-17 ອົງສາ ແລະ ສູງສຸດ 25-28 ອົງສາ.


– ພາກໃຕ້:
ຈະມີຝົນຕົກຟ້າຮ້ອງ-ຟ້າເຫລື້ອມໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 23-25 ອົງສາ ແລະ ສູງສຸດ 32-35 ອົງສາ, ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ຫາ ເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫລື້ອມໃນລະດັບ ຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 14-10 ອົງສາ ແລະ ສູງສຸດ 21-27 ອົງສາ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *