ອຸຕຸເຕືອນ! ລະວັງຝົນຕົກ, ລົມພັດແຮງ ໄລຍະ 7-10 ເມສາ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດສະພາບອາກາດໜຶ່ງອາທິດຕໍ່ໜ້າ ມີຄຳເຕືອນເພື່ອເຝົ້າລະວັງ

ສະພາບອາກາດຮ້ອນເອົ້າຫຼາຍ ແລະ ພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ, ລົມພັດແຮງໃນໄລຍະວັນທີ 07 – 10 ເມສາ 2021

ເນື່ອງຈາກສອງກະແສລົມຕາເວັນອອກ ແລະ ລົ້ມຕາເວັນອອກສ່ຽງໃຕ້ ຈະມີກຳລັງແຮງເພີ່ມຂື້ນພັດປົກຄຸມເປັນສ່ວນໃຫຍ່,

ຊຶ່ງຈະເຮັດໃຫ້ອາກາດຮ້ອນໃນຕອນບ່າຍ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖີງປະຊາຊົນທີ່ອາໄສຢູ່ເຂດພາກເໜືອດ້ານຕາເວັນຕົກ ລົງຫາພາກກາງ ແລະ ພາກໃຕ້ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນອົບເອົ້າທີ່ຈະເຮັດເກີດມີອັກຄີໄພ

ແລະ ມີສະຕິລະມັດລະວັງຕໍ່ສະພາບພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ຕົ້ນໄມ້, ປ້າຍໂຄສະນາແລະ ເສົາໄຟຟ້າຫັກລົ້ມ,

ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະອາດຈະຖືກຟ້າຜ່າໄດ້,

ພ້ອມນີ້ ຂໍໃຫ້ຕິດຕາມການລາຍງານຂ່າວສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *