ອຸຕຸເຕືອນເຝົ້າລະວັງຝົນຕົກໜັກອາດຈະພາໃຫ້ເກີດນ້ໍາຖ້ວມຊຸ, ດິນເຈື່ອນ ໄລຍະວັນທີ 23-27 ມິຖຸນານີ້
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 23-27 ມິຖຸນາ 2021 ວ່າ: ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນຈະສືບຕໍ່ປົກຄຸມທົ່ວທຸກພາກຂອງປະເທດລາວ ແລະ ມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງເພີ່ມຂຶ້ນພັດປົກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກເພີ່ມຂຶ້ນໃນແຕ່ລະພາກ ໃນລະດັບຄ່ອຍ ຫາ ປານກາງເປັນສ່ວນຫຼາຍ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນພ້ອມມີລົມພັດແຮງເປັນບາງໂອກາດ.
ພ້ອມທັງມີເຕືອນເພື່ອເຝົ້າລະວັງ ສະພາບອາກາດຮ້າຍແຮງ: ໃນໄລຍະວັນທີ 23 – 26 ມິຖຸນາ 2021 ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນທີ່ມີກໍາລັງແຮງ ຈະປົກຄຸມທົ່ວທຸກພາກ ແລະ ມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າໃນແຕ່ລະພາກ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ, ພາກກາງ ແລະ ພາກໃຕ້.
ແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິ ລະມັດລະວັງ ຕໍ່ສະພາບອາກາດຮ້ອນເອົ້າ ແລະ ສະພາບຝົນຕົກຕິດຕໍ່ກັນຫຼາຍວັນທີ່ຈະເຮັດໃຫ້ມີນໍ້າຖ້ວມຊູ ແລະ ດິນເຈື່ອນ ເກີດຂຶ້ນຢູ່ບາງທ້ອງຖິ່ນແຂວງພາກເໜືອ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມບໍ່ຄວນໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພື່ອຫຼີກລ່ຽງຜົນກະທົບຈາກຟ້າຜ່າ.
