ສະພາບອາກາດອາທິດນີ້! ອຸຕຸເຕືອນຈະມີຝົນຕົກໜັກຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ ໄລຍະວັນທີ 11 ຫາ 15 ສິງຫາ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 9 ຫາ 15 ສິງຫາ 2021 ວ່າ: ໃນໄລຍະວັນທີ 9 ຫາ 13 ສິງຫານີ້ ຄວາມກົດດັນຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ແຂວງ ພາກໃຕ້. ຈາກນັ້ນໃນໄລຍະວັນທີ 14 ຫາ 15 ສິງຫາ 2021 ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ກົມອຸຕຸມີຄຳເຕືອນເພື່ອເຝົ້າລະວັງສະພາບອາກາດຮ້າຍແຮງ ໃນໄລຍະວັນທີ 11 ຫາ 15 ສິງຫາ ເຊິ່ງຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນຢູ່ໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖີງປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ ຕິດຕໍ່ກັນຫຼາຍວັນທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊູ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງ ເກີດຂຶ້ນໄດ້.
