ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 18 ຫາ 24 ເມສາ 2022 ວ່າ: ໃນວັນທີ 21 ຫາ 24 ເມສາ 2022 ຄວາມກົດດັນອາກາດສູງຂອງອາກາດເຢັນຈະອ່ອນກຳລັງລົງປົກຄຸມຢູ່ທຸກພາກຂອງປະເທດລາວ, ພ້ອມດຽວກັນສອງຂະບວນລົມ ລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ ພັດປົກຄຸມພາກເໜືອ ແລະ ລົມຕາເວັນຕົກພັດປົກຄຸມພາກກາງ ແລະ ພາກໃຕ້ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:
ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 21 ຫາ 24 ເມສາ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 26- 28 ອົງສາ.
ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 21 ຫາ 24 ເມສາ ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສູດ 21 – 23 ອົງສາ ແລະ ສູງສຸດ 34 – 36 ອົງສາ.
ພາກກາງ: ໃນໄລຍະວັນທີ 18 ຫາ 24 ເມສາ ອາກາດຮ້ອນໃນຕອນບ່າຍ, ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 22 – 24 ອົງສາ ແລະ ສູງສຸດ 34 – 36 ອົງສາ.
ພາກໃຕ້: ໃນໄລຍະວັນທີ 18 ຫາ 24 ເມສາ ອາກາດຮ້ອນພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 34-36 ອົງສາ.
ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 18 ຫາ 24 ເມສາ ມີເຝື້ອປົກຄຸມເປັນສ່ວນຫຼາຍ, ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ, ພ້ອມມີລົມພັດແຮງຢູ່ບາງບໍລິເວນ.
