ອຸຕຸຄາດຈະມີຝົນຕົກໜັກຢູ່ບາງທ້ອງຖິ່ນແຂວງເໜືອ ລົງຫາ ພາກກາງ ແລະ ພາກໃຕ້ ໄລຍະ 2-4 ກັນຍານີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດອາທິດນີ້ ໃນໄລຍະວັນທີ 29 ສິງຫາ ຫາ 4 ກັນຍາ 2022 ວ່າ: ໃນໄລຍະຕົ້ນອາທິດ ວັນທີ 29 ສິງຫາ ຫາ 1 ກັນຍານີ້ ບໍລິເວນຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ.
ຈາກນັ້ນໃນໄລຍະກາງ ຫາ ທ້າຍອາທິດ ວັນທີ 2 ຫາ 4 ກັນຍາ 2022 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກລົງຫາ ພາກກາງ ແລະ ພາກໃຕ້.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *