ອີຕາລີ ເລີ່ມສັກວັກຊິນປ້ອງກັນໝາກສຸກລີງໃຫ້ແກ່ປະຊາຊົນ

ອີງຕາມ​ສຳນັກຂ່າວ​ ​ຊິນ​ຮວາ​ລາຍງານວ່າ ​ເມື່ອ​ບໍ່​ດົນ​ມາ​ນີ້, ອີ​ຕາ​ລີ ​ເລີ່​ມ​ລົງ​ສັກ​ວັກ​ຊິນ ​ປ້ອງ​ກັນ​ ພະຍາດໝາກສຸກ​ລີງ​ ໃຫ້​ແກ່​ ປະຊາຊົນ ໂດຍແມ່ນໂຮງໝໍ Spallanzani ເຊິ່ງເປັນໂຮງໝໍ ທີ່​ກວດ​ພົບ​ ຜູ້​ຕິດ​ເຊື້ອ​ຫລັກ ​ໃນ​ນະຄອນຫລວງ​ ໂຣມ (Rome) ມີປະຊາຊົນ​ ເດີນທາງ ມາຮັບ​ວັກ​ຊິນ​ ຫລາຍ​ກວ່າ 200 ​ຄົນ ຫລັງ​ຈາກ​ໂຮງ​ໝໍ ​ໃຊ້​ວັກ​ຊິນ Gennios ​ແບບ 2​ ໂດ​ສ ເຊິ່ງ​ຖືກ ​ພັດທະນາມາ​ເພື່ອ​ປ້ອງ​ກັນ ການ​ແພ່​ລະບາດ​ຂອງ​ພະຍາດໝາກສຸກ​ລີງ.
ສຳລັບ ວັກ​ຊິນ ​ດັ່ງກ່າວ ຈະຖືກຈັດສັນ ໃຫ້ກັບ ປະຊາກອນຜູ້ໃຫຍ່ ເທົ່ານັ້ນ, ຂະນະ​ທີ່ ຍອດ​ຈອງ​ຄີວ ສັກວັກ​ຊິນ ຫລາຍ​ກວ່າ 600 ​ຄົນ ​ແລະ ​ມີ​ທ່າ​ອ່ຽງ ເພີ່ມ​ສູງຂຶ້ນ​ ຢ່າງ​ຕໍ່​ເນື່ອງ.ປັດຈຸບັນ ອີ​ຕາ​ລີ ມີ​ຜູ້​ຕິດ​ເຊື້ອ ​ພະຍາດ ໝາກສຸກ​ລີງ ສະ​ສົມ​ ຢ່າງ​ໜ້ອຍ 545ຄົນ

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *