ອ້າງຕາມຂ່າວ ອິນເດຍ, ວັນທີ 25 ເມສາ, ອິນເດຍ ໄດ້ໃຊ້ ທາງລົດໄຟ ແລະ ເຮືອບິນ ລໍາລຽງ ຖັງ ອົກຊີແຊນ ໄປຍັງພື້ນທີ່ ຕ່າງໆໃນອິນເດຍ ທີ່ຂາດແຄນ ທ່າມກາງ ສະຖານະການ ພະຍາດໂຄວິດ-19 ເພີ່ມຂຶ້ນຢ່າງຮຸນແຮງ ໂດຍມີ ຜູ້ຕິດເຊື້ອລາຍໃໝ່ ໃນວັນດຽວ ເຖິງ 349.691 ຄົນ ເປັນຕົວເລກ ສະຖິຕິ ສູງສຸດ ເປັນວັນທີ 4 ຢ່າງຕິດຕໍ່ກັນ ແລະ ມີຜູ້ເສຍ ຊີວິດອີກ 2.767 ຄົນ. ໃນໄລຍະ 24 ຊົ່ວໂມງ ຜ່ານມາ, ອິນເດຍ ມີຍອດຜູ້ຕິດເຊື້ອ ພະຍາດ ລາຍໃໝ່ 2.767 ຄົນ, ຍອດຜູ້ເສຍຊິວິດສະສົມ ຫລາຍກວ່າ 192.000 ຄົນ, ໂຮງໝໍ ໃນນະຄອນ ຫລວງ ນີວເດລີ ແລະ ອີກຫລາຍ ເມືອງໃຫຍ່ ພວມຂາດແຄນ ອົກຊີເແຊນ ສຳລັບ ຄົນເຈັບ ຈົນເຮັດໃຫ້ ຄົນເຈັບໜັກ ຫລາຍສິບຄົນ ຕ້ອງເສຍຊີວິດ ເນື່ອງຈາກ ຂາດອົກຊີແຊນ
ລັດຖະບານ ຕ້ອງໃຊ້ ເຮືອບິນທະຫານ ແລະ ລົດໄຟ ລຳລຽງ ອົກຊີແຊນ ຈາກພື້ນທີ່ອື່ນໆ ແລະ ຈາກຕ່າງປະເທດ ໄປໃຫ້ ໂດຍໜຶ່ງ ໃນຂະບວນການ ລົດໄຟດ່ວນ ຕ້ອງບັນທຸກ ຖັງ ອົກຊີແຊນ 30.000 ລິດ ເພື່ອເດີນທາງໄປຍັງ ເມືອງ ລັດເນົາ ທາງພາກເນືອ ກ່ອນຖ່າຍໂອນຂື້ນໄປ ລົດບັນທຸກ ເພື່ອແຈກຢາຍໄປຍັງ ໂຮງໝໍຕ່າງໆ, ພາຍໃຕ້ການປ້ອງກັນຂອງ ເຈົ້າໜ້າທີ່ ຕິດອາວຸດ. ປັດຈຸບັນ ເຮືອບິນຂອງ ກອງທັບ ອາກາດ ອິນເດຍ ໄດ້ລໍາລຽງ ຖັງ ອົກຊີແຊນ, ສະບຽນອາຫານ ແລະ ອື່ນໆ ໄປຍັງພື້ນທີ່ ຂາດແຄນ ເຊັ່ນກັນ, ນອກນີ້ ກອງທັບ ອາກາດຍັງ ຮັບໜ້າທີ່ ບິນໄປລໍາລຽງ ອຸປະກອນ ອົກຊີແຊນ ມາຍັງ ສິງກະໄປ ອີກດ້ວຍ.