ອັງກິດຊີ້ໂຄວິດກາຍຈຸດສູງສຸດແລ້ວ ກຽມຫລຸດຜ່ອນລັອກດາວ ຍົກເລີກບັງຄັບໃສ່ຜ້າປິດປາກ

ອັງກິດກຽມຫລຸດຜ່ອນມາດຕະການຄວບຄຸມໂຄວິດ-19 ຍົກເລີກຂໍ້ບັງຄັບໃສ່ຜ້າປິດປາກ-ດັງ, ບໍລິສັດເອກະຊົນບໍ່ຕ້ອງໃຫ້ພະນັກງານເຮັດວຽກຢູ່ເຮືອນ. ຂະນະທີ່ນັກວິທະຍາສາດເຊື່ອການລະບາດຂອງໄວຣັສໂອມິຄຣອນອາດຜ່ານຈຸດສູງສຸດທົ່ວປະເທດແລ້ວ.
ວັນທີ 20 ມັງກອນ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ບໍຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດ ປະກາດແຜນຫລຸດຜ່ອນມາດຕະການຄວບຄຸມໂຄວິດ-19 ຕໍ່ກອງປະຊຸມລັດຖະສະພາ ຫລັງຈາກນັກວິທະຍາສາດອອກມາລະບຸວ່າ: ການລະບາດຂອງໄວຣັສສາຍພັນໂອມິຄຣອນອາດຜ່ານພົ້ນຈຸດສູງສຸດໄປແລ້ວ.
ທ່ານ ຈອນສັນ ກ່າວໃນກອງປະຊຸມວ່າ: ນັບແຕ່ອາທິດໜ້າເປັນຕົ້ນໄປ, ຊາວອັງກິດຈະບໍ່ຖືກບັງຄັບໃຫ້ໃສ່ຜ້າປິດປາກ-ດັງ ແລະ ບໍລິສັດເອກະຊົນບໍ່ຈຳເປັນຕ້ອງໃຫ້ພະນັກງານເຮັດວຽກຢູ່ເຮືອນອີກແລ້ວ. ເຖິງຢ່າງໃດກໍຕາມ, ປະຊາຊົນທີ່ຖືກກວດພົບວ່າຕິດເຊື້ອໂຄວິດ-19 ຍັງຕ້ອງກັກຕົວຕາມມາດຕະການເກົ່າ, ແຕ່ລັດຖະບານຈະພິຈາລະນາຈາກການບັງຄັບປ່ຽນມາເປັນຄຳແນະນຳໃຫ້ກັກຕົວແທນ.
ຂະນະທີ່ມາດຕະການອື່ນໆເຊັ່ນ: ການໃຊ້ພາດສປອດໂຄວິດເຂົ້າໄນຄລັບ ຫລື ງານກິດຈະກຳຂະໜາດໃຫຍ່ໃນທ້ອງຖິ່ນ ຈະສິ້ນສຸດລົງເຊັ່ນດຽວກັນ, ແຕ່ຍັງໃຫ້ສິດຜູ້ຈັດງານໃນການເລືອກບັງຄັບໃຊ້ບັດຜ່ານໂຄວິດ-19 (Covid pass) ຂອງສຳນັກງານບໍລິການສຸຂະພາບແຫ່ງຊາດ (National Health Service ຫລື NHS) ຕໍ່ໄປໄດ້.
ທ່ານ ຈອນສັນ ອະທິບາຍເຫດຜົນທີ່ຕັດສິນໃຈຫລຸດຜ່ອນມາດຕະການໃນຄັ້ງນີ້ ໂດຍອ້າງເຖິງຂໍ້ມູນຫລ້າສຸດຈາກສຳນັກງານສະຖິຕິແຫ່ງຊາດທີ່ສະແດງໃຫ້ເຫັນວ່າ: ຜູ້ຕິດເຊື້ອໂຄວິດ-19 ເລີ່ມມີຈຳນວນຫລຸດລົງ ເຖິງວ່າບາງພື້ນທີ່ໃນພາກເໜືອຂອງປະເທດຈະຍັງພົບຜູ້ຕິດເຊື້ອເພີ່ມຂຶ້ນ ແລະ ຍັງສ້າງພາລະໜັກໃຫ້ໂຮງໝໍ, ແຕ່ອັດຕາການເຂົ້າຮັບການປິ່ນປົວໃນໂຮງໝໍທົ່ວປະເທດຖືວ່າຢູ່ໃນລະດັບທີ່ຊົງຕົວ ແລະ ເພີ່ມມີທ່າອ່ຽງໜ້ອຍລົງ. ຂະນະທີ່ບັນດານັກວິທະຍາສາດເຊື່ອວ່າ: “ມີຄວາມເປັນໄປໄດ້ທີ່ການລະບາດຂອງໂຄວິດ-19 ສາຍພັນໂອມິຄຣອນ ໄດ້ຜ່ານພົ້ນຈຸດສູງສຸດທົ່ວປະເທດແລ້ວ”.
ເຖິງຢ່າງໃດກໍຕາມ, ທ່ານ ຈອນສັນ ຍັງແນະນຳໃຫ້ປະຊາຊົນລະມັດລະວັງຕົວຕໍ່ໄປໃນໄລຍະອາທິດສຸດທ້າຍຂອງລະດູໜາວ ພ້ອມເນັ້ນວ່າ: ການລະບາດໃຫຍ່ຍັງບໍ່ຈົບ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *