ມາຮອດປັດຈຸບັນ, ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫລັງໃໝ່ ສຳເລັດແລ້ວເກືອບ 100%, ຂະນະທີ່ການກໍ່ສ້າງສະເພາະຫ້ອງປະຊຸມໃຫຍ່ເພື່ອນຳໃຊ້ເຂົ້າໃນການດຳ ເນີນກອງປະຊຸມສະພາແຫ່ງຊາດ ທີ່ນອນຢູ່ໃນໂຄງການດັ່ງກ່າວໄດ້ສຳເລັດແລ້ວ.
ພົນຕີ ຫງວຽນ ກວ໊ກ ຢຸງ, ຜູ້ບັນຊາການໃຫຍ່ແມ່ທັບນ້ອຍ 11 ຫວຽດນາມ ໃຫ້ສໍາພາດວ່າ: ໂຄງການກໍ່ສ້າງຫໍສະພາແຫ່ງຊາດຫລັງໃໝ່ ໄດ້ຮັບການວາງສີລາລຶກການກໍ່ສ້າງຢ່າງເປັນທາງການໃນວັນທີ 01 ພະຈິກ 2017 ໂດຍແມ່ນແມ່ທັບນ້ອຍ 11 ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ, ຊຶ່ງເປັນອາຄານ 5 ຊັ້ນ,
ປະກອບມີຫ້ອງປະຊຸມໃຫຍ່ເພື່ອນໍາໃຊ້ເຂົ້າໃນການດໍາເນີນກອງປະຊຸມສະພາແຫ່ງຊາດ, ຫ້ອງໂຖງໃຫຍ່, ຫ້ອງກຽດຕິຍົດ, ຫ້ອງປະຊຸມຂະໜາດນ້ອຍ ແລະ ກາງ, ຫ້ອງເຮັດວຽກຂອງບັນດາຄະນະປະຈຳສະພາແຫ່ງຊາດ, ບັນດາຫ້ອງກະກຽມຮອງຮັບວຽກປະຊຸມ ແລະ ອື່ນໆ. ຍ້ອນຜູ້ຮັບເໝົາກໍ່ສ້າງເອົາໃຈໃສ່ໃນການກໍ່ ສ້າງຕະຫລອດ 24 ຊົ່ວໂມງ
ໂດຍບໍ່ມີມື້ພັກວັນເສົາ ແລະ ວັນອາທິດ ຈິ່ງເຮັດໃຫ້ໂຄງການມີຄວາມຄືບໜ້າຢ່າງຕໍ່ ເນື່ອງ, ມາຮອດປັດຈຸບັນ ໂຄງການໂດຍລວມແມ່ນສໍາເລັດແລ້ວເກືອບ 100%, ໃນນີ້ ສະເພາະການກໍ່ສ້າງຫ້ອງປະ ຊຸມໃຫຍ່ເພື່ອນຳໃຊ້ເຂົ້າໃນການດຳເນີນກອງປະຊຸມສະພາແຫ່ງຊາດໄດ້ສຳເລັດແລ້ວ ແລະ ຈະໄດ້ມອບໃຫ້ສະພາແຫ່ງຊາດລາວໃນວັນທີ ວັນທີ 20 ມີນາ 2021 ເພື່ອນຳໃຊ້ເຂົ້າໃນການດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 22-26 ມີນາ 2021. ສ່ວນການກໍ່ສ້າງອື່ນໆ ສ່ວນໃຫຍ່ແມ່ນຢູ່ໃນຂັ້ນຕອນຕົບແຕ່ງໃຫ້ມີຄວາມສວຍງາມ ເທົ່ານັ້ນ.
ຜູ້ບັນຊາການໃຫຍ່ແມ່ທັບນ້ອຍ 11 ຫວຽດນາມ ໃຫ້ຮູ້ຕື່ມວ່າ: ການກໍ່ສ້າງຫໍສະ ພາແຫ່ງຊາດລາວຫລັງໃໝ່ ພົບຄວາມຫຍຸ້ງຍາກສົມຄວນ ໂດຍສະເພາະນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ ເພາະເຮັດໃຫ້ແຮງງານທີ່ນຳເຂົ້າຈາກຫວຽດນາມຕ້ອງເສຍເວລາຈຳກັດບໍລິເວນຈົນກວ່າຄົບກໍານົດ 14 ວັນ.ນອກຈາກນີ້ ຍັງເຮັດໃຫ້ການນຳເຂົ້າວັດສະດຸກໍ່ສ້າງຈາກຕ່າງປະເທດກໍ່ພົບຄວາມຫຍຸ້ງຍາກເຊັ່ນດຽວກັນ. ຢ່າງໃດກໍ່ຕາມ ຜູ້ຮັບເໝົາກໍ່ສ້າງຈະເອົາໃຈໃສ່ກໍ່ສ້າງໃນສ່ວນທີ່ເຫລືອໃຫ້ສໍາເລັດ 100% ເພື່ອໃຫ້ທັນມອບ-ຮັບໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫລັງໃໝ່ຢ່າງເປັນທາງການພາຍໃນ ເດືອນມິຖຸນາ 2021.ສໍາລັບການກໍ່ສ້າງຫ້ອງປະຊຸມໃຫຍ່ເພື່ອນຳໃຊ້ເຂົ້າໃນການດຳເນີນກອງປະຊຸມສະພາແຫ່ງຊາດ ທີ່ສຳເລັດໄປແລ້ວ, ໃນວັນທີ 15 ມີນາ 2021 ທ່ານ ສົມພັນ ແພງຄໍາມີ, ຮອງປະທານສະພາແຫ່ງຊາດ ໄດ້ນໍາພາພະນັກງານພາຍໃນສະພາແຫ່ງຊາດ ທົດລອງນໍາໃຊ້ລະບົບເຄື່ອງສຽງພາຍໃນຫ້ອງປະຊຸມດັ່ງກ່າວ ເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມຄັ້ງປະຖົມມະລຶກຂອງສະ ພາແຫ່ງຊາດ ຊຸດທີ IX.
ໂຄງການກໍ່ສ້າງກໍ່ສ້າງຫໍສະພາແຫ່ງຊາດລາວຫລັງໃໝ່ ມີມູນຄ່າ 100 ລ້ານກວ່າໂດລາສະຫະລັດ ຊຶ່ງເປັນທຶນຊ່ວຍເຫລືອລ້າຈາກ ພັກ-ລັດ ແລະ ປະຊາຊົນຫວຽດນາມ ເພື່ອເປັນຂອງຂວັນແກ່ ພັກ-ລັດ ແລະ ປະຊາຊົນລາວ ຊຶ່ງການອອກແບບແມ່ນເນັ້ນເອກະລັກວັດທະນະທຳຂອງຊາດລາວ, ມີຄວາມສະຫງ່າງາມ ແລະ ທັນສະໄໝ, ແຂງ ແຮງທົນທານ ແລະ ສາມາດໃຊ້ງານໄດ້ຫລາຍກວ່າ 100 ປີ.