ອະນຸຍາດໃຫ້ເປີດການຮຽນການສອນຢູ່ແຂວງທີ່ບໍ່ມີການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ

ອີງຕາມບົດກ່ວາ ເປີດພິທີວັນໄຂສົກຮຽນໃໝ່ ສົກຮຽນ 2021-2022 ຂອງທ່ານ ຮສ. ປອ. ພຸດ ສີມມາລາວົງ ລັດຖະມົນຕິກະຊວງສຶກສາ ແລະ ກິລາ ໃນວັນທີ 6 ກັນຍາ 2021 ໃຫ້ຮູ້ວ່າ: ປົກກະຕິການໄຂສົກຮຽນໃໝ່ແມ່ນໄດ້ຖືເອົາວັນ ທີ 01 ກັນຍາ ຂອງແຕ່ລະປີເປັນມື້ໄຂສົກຮຽນໃໝ່, ສໍາລັບປີນີ້ກະຊວງສຶກສາທິການ ແລະ ກິລາ ໂດຍການເຫັນດີຂອງລັດຖະບານ ແລະ ບັນດາພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງວຽງຈັນ ຊຶ່ງໃນນາມຕາງໜ້າໃຫ້ແກ່ຄະນະສະເພາະກິດຂັ້ນທ້ອງຖິ່ນນັ້ນໄດ້ກໍານົດເອົາ ວັນຈັນ ທີ06 ກັນຍາ 2021 ເປັນມື້ໄຂສົກຮຽນໃໝ່ ເອກະພາບກັນໃນທົ່ວປະເທດ ທາງນີ້ກໍເພື່ອຄວາມສອດຄ່ອງກັບສະພາບການແຜ່ລະບາດຂອງພະຍາດໂກວິດ-19 ເມື່ອຫວນຄືນເບິ່ງປະຫວັດສາດການສຶກສາແລ້ວ ພວກເຮົາຈະເຫັນວ່າການສຶກສາບໍ່ເຄີຍຢຸດຕິ ບໍ່ວ່າຈະຢູ່ໃນພາວະສົງຄາມ ຫຼື ສະພາບການໃດໆກໍ່ຕາມ ນັກຮຽນ-ນັກສຶກສາ ກໍ່ຕ້ອງໄດ້ຮັບການສຶກສາຢ່າງຕໍ່ເນື່ອງ.
ການໄຂສົກຮຽນໃໝ່ປີນີ້ ເປັນສິ່ງທີ່ທ້າທາຍ ແລະ ທົດສອບພວກເຮົາສົມຄວນ, ເນື່ອງຈາກຍັງມີການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (ໂຄວິດ-19) ຢູ່ໃນຊຸມຊົນເປັນບໍລິເວນກວ້າງ; ເຖິງຢ່າງໃດກໍ່ຕາມພວກເຮົາຢືນຢັນນຳກັນວ່າ ການຮຽນ-ການສອນແມ່ນຈະໄດ້ສືບຕໍ່ດຳເນີນການເປັນປົກກະຕິ ເພື່ອຮັບປະກັນໃຫ້ການຮຽນຮູ້ຂອງລູກຫຼານປະຊາຊົນລາວບັນດາເຜົ່າ ທີ່ຈະສືບທອດເປັນຊັບພະຍາກອນມະນຸດທີ່ເຂັ້ມແຂງຂອງຊາດໃນອະນາຄົດ
ພວກຂ້າພະເຈົ້າເຂົ້າໃຈຄວາມເປັນຫ່ວງເປັນໄຍຂອງພໍ່ແມ່ຜູ້ປົກຄອງ ແລະ ຂອງສັງຄົມ ຕໍ່ຄວາມປອດໄພ ແລະຄຸນນະພາບການສຶກສາຂອງລູກຫຼານຕົນໃນເວລາກັບເຂົ້າມາຮຽນຄືນໃນສະຖານການສຶກສາ, ດັ່ງນັ້ນ ຈິ່ງຂໍສະເໜີໃຫ້ພໍ່ແມ່ປະຊາຊົນ ແລະ ຜູ້ປົກຄອງຊາບວ່າ:
1. ການໄຂສົກຮຽນໃໝ່ນີ້ແມ່ນເປັນເອກະພາບກັນທົ່ວປະເທດ ແຕ່ ຊັ້ນການສຶກສາກ່ອນໄວຮຽນຈົນຮອດ ການສຶກສາຊັ້ນສູງ ແຕ່ເວລາໃນການເປີດຮຽນຂອງສະຖານການສຶກສາແຕ່ລະແຫ່ງ ແຕ່ລະທ້ອງຖິ່ນ ຈະແຕກຕ່າງກັນ ຂຶ້ນ
ກັບສະຖານະການ ແລະ ການພິຈາລະນາຂອງຄະນະສະເພາະກິດຕ້ານພະຍາດໂຄວິດ-19 ໃນແຕ່ລະແຫ່ງ
2. ການໄຂສົກຮຽນໃໝ່ປີນີ້ ແມ່ນອະນຸຍາດໃຫ້ເປີດການຮຽນການສອນຢູ່ໃນໂຮງຮຽນສະເພາະແຂວງ, ເມືອງ ແລະ ທ້ອງຖິ່ນ ທີ່ບໍ່ມີການແຜ່ລະບາດຂອງໂຄວິດ-19 ຢູ່ໃນຊຸມຊົນໃນ 14 ວັນຜ່ານມາ ຫຼື ເວົ້າຢ່າງໜຶ່ງວ່າ ຖ້າທ້ອງຖິ່ນໃດບໍ່ມີກໍລະນີຕິດເຊື້ອໃໝ່ໃນຊຸມຊົນ ໃນ 14 ວັນຜ່ານມາ ແມ່ນສາມາດເປີດຮຽນໃນໂຮງຮຽນໄດ້. ສໍາລັບທ້ອງຖິ່ນໃດທີ່ຍັງມີຄວາມສ່ຽງຫລາຍແມ່ນຈະໄດ້ໂຈະການເປີດຮຽນໄວ້ເສຍກ່ອນ. ຢູ່ໃນສະຖານການສຶກສາສາມາດຈັດການຮຽນການສອນດ້ວຍຫລາຍຊ່ອງທາງ ເຊັ່ນ: ຮຽນທາງໄກ ຜ່ານຊ່ອງທາງອີເລັກໂຕຣນິກຕ່າງໆ,ໂທລະພາບ, ແອບຄັງປັນຍາລາວ, ຄູ ແລະ ນັກຮຽນພົບເປັນກຸ່ມນ້ອຍ, ໃຫ້ຄູປະສານນໍາພໍ່ແມ່ຜູ້ປົກຄອງຊ່ວຍລູກຮຽນຢູ່ເຮືອນ ຫຼື ຄູ ໄປແນະນຳນັກຮຽນກັບເຮືອນ
3. ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມນັ້ນ, ຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ທຸກທ່ານຈະຕ້ອງໄດ້ຮັບການສັກວັກຊິນຄົບໂດສ, ສະຖານການສຶກສາຕ້ອງມີມາດຕະການປ້ອງກັນ ແລະ ຄວບຄຸມ ໂຄວິດ-19 ທີ່ເຂັ້ມງວດເຊັ່ນ: ມີການກວດອຸນນະພູມທຸກຄົນທີ່ເຂົ້າມາໃນໂຮງຮຽນ, ໃສ່ຜ້າອັດປາກ-ອັດດັງ, ປະຕິບັດມາດຕະການຮັກສາໄລຍະຫ່າງ, ໝັ່ນລ້າງມືໃສ່ສະບຸ ແລະ ໃຊ້ເຈວຂ້າເຊື້ອເປັນປົກກະຕິ ເປັນຕົ້ນ
4. ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ຕ້ອງເພີ່ມທະວີບົດບາດຂອງຕົນເອງໃນການຮັກສາສະພາບແວດລ້ອມການຮຽນຮູ້ທີ່ປອດໄພ ແລະ ຮັບປະກັນການຮຽນ-ການສອນໃຫ້ຕໍ່ເນື່ອງຜ່ານຊ່ອງທາງຕ່າງໆ. ສະນັ້ນ:ຜູ້ບໍລິຫານການສຶກສາ ແລະ ກິລາ ກໍຕ້ອງໄດ້ເອົາໃສ່ສ້າງທຸກເງື່ອນໄຂເພື່ອອໍານວຍຄວາມສະດວກໃຫ້ແກ່ພະນັກງານ ແລະ ຄູ-ອາຈານ ໄດ້ສືບຕໍ່ປະຕິບັດໜ້າທີ່ຂອງຕົນເອງ;ຄູ-ອາຈານ ຈຳເປັນຕ້ອງໄດ້ຮຽນຮູ້ເນື້ອໃນຄວາມຮູ້ໃໝ່, ຄົ້ນຄວ້າວິທີການສອນໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບການແຕ່ລະໄລຍະ, ອາດຈະຫຼຸດປະລິມານເນື້ອໃນການຮຽນທີ່ເຫັນວ່າບໍ່ຈໍາເປັນລົງ, ປັບປ່ຽນຫຼື ຫຼຸດຜ່ອນການວັດຜົນໃນຕອນທ້າຍພາກຮຽນ ເປັນການວັດ ແລະ ປະເມີນຜູ້ຮຽນແບບຕໍ່ເນື່ອງຫຼາຍຂຶ້ນ;ຜູ້ປົກຄອງຄວນໄດ້ເພີ່ມທະວີບົດບາດຂອງຕົນຕໍ່ການຮຽນຂອງລູກຫຼາຍຂຶ້ນ, ຕິດຕາມການຮຽນຂອງລູກຫຼານ ແລະ ຊຸກຍູ້ໃຫ້ເຂົາເຈົ້າຮຽນເປັນປົກກະຕິ, ຊ່ວຍອໍານວຍຄວາມສະດວກບັນດາສື່ ແລະ ອຸປະກອນທີ່ໃຊ້ໃນການຮຽນ-ການສອນ ພ້ອມທັງຕິດຕາມພຶດຕິກຳຂອງລູກຫຼານຕົນຢ່າງໃກ້ຊິດ;ສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ, ເມືອງ ແລະ ຜູ້ປະກອບການໃນແຕ່ລະທ້ອງຖິ່ນ ຊ່ວຍປັບປຸງ ແລະ ຊຸກຍູ້ສະຖານການສຶກສາ ສ້າງໂອກາດໃຫ້ສະຖານການສຶກສາ ສາມາດເຂົ້າເຖິງແຫຼ່ງການຮຽນຮູ້ທີ່ທັນສະໄໝຫຼາຍຂຶ້ນ
5. ສໍາລັບທ້ອງຖິ່ນໃດທີ່ສາມາດສອນແບບອອນລາຍ ຫຼືແບບທາງໄກ ທີ່ຮັບປະກັນທັງຜູ້ສົ່ງ ແລະ ຜູ້ຮັບ ສາມາດສື່ສານຫາກັນໄດ້ ແມ່ນໃຫ້ປະຕິບັດຕາມຄໍາແນະນໍາຂອງກົມວິຊາການທີ່ໄດ້ອອກລະບຽບການສະເພາະແລ້ວນັ້ນ;
6. ສໍາລັບທ້ອງຖິ່ນ ແລະ ສະຖານການສຶກສາໃດທີ່ບໍ່ສາມາດຮຽນທາງອອນລາຍແມ່ນໃຫ້ຄຸມອບວຽກບ້ານໃຫ້, ມີການນັດພົບເປັນກຸ່ມນ້ອຍເປັນບາງຄັ້ງ ເພື່ອກວດວຽກບ້ານ ແລະ ມອບວຽກບ້ານຕໍ່ໄປ, ປະກອບປື້ມແບບຮຽນໃຫ້ນັກຮຽນໃຫ້ຄົບເພື່ອສະດວກໃນການຮຽນຢູ່ເຮືອນ, ແນະນໍາພໍ່ແມ່ ຊ່ວຍແນະນໍາລູກຫຼານຢູ່ເຮືອນຕື່ມອິກ;ບັນດາທ່ານ ທີ່ເຄົາລົບ ພໍ່ແມ່ ພີ່ນ້ອງ ທີ່ຮັກແພງທັງຫຼາຍທັງໝົດທີ່ໄດ້ສະເໜີມານີ້ ແມ່ນເພື່ອເປັນການຮັບປະກັນໃຫ້ລູກຫຼານພວກເຮົາ ໄດ້ຮຽນຢ່າງຕໍ່ເນື່ອງ, ມີຄວາມປອດໄພ, ຜູ້ທີ່ເຄີຍຮຽນອ່ອນຈະບໍ່ອ່ອນຕື່ມອິກ, ຫຼຸດຜ່ອນຜົນກະທົບບັນຫາສຸຂະພາບຈິດຂອງນ້ອງນັກຮຽນ-ນັກສຶກສາເນື່ອງຈາກຢູ່ເຮືອນເປັນເວລາດົນ. ດັ່ງນັ້ນ, ຈິ່ງຮຽກຮ້ອງໃຫ້ທົ່ວສັງຄົມຈົ່ງພ້ອມຈິດພ້ອມໃຈກັນ ອົດທົນຜ່ານຜ່າບັນດາອຸປະສັກເຫຼົ່ານີ້. ມີແຕ່ຄວາມສາມັກຄີຂອງພວກເຮົາ ແລະ ບວກກັບຄວາມເຂົ້າໃຈຕໍ່ພະຍາດໂຄວິດ-19 ເທົ່ານັ້ນຈິ່ງຈະສາມາດເອົາຊະນະບັ້ນຮົບຄັ້ງນີ້ໄດ້. ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍມູນເຊື້ອແຫ່ງຄວາມອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ,ຄວາມສາມັກຄີເປັນເອກະພາບ, ດ້ວຍຄວາມຮັບຜິດຊອບສູງ ແລະ ການຮ່ວມມືຂອງທຸກພາກສ່ວນນັ້ນ, ຈະເຮັດໃຫ້ສົກຮຽນ 2021-2022 ປະສົບຄວາມສໍາເລັດຕາມຄາດໝາຍທີ່ວາງໄວ້.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *