ອອກມາແລ້ວ! ກຳນົດເສັງ ປໍ5 ມໍ4 ມໍ7 ພ້ອມມາດຕະການໂຄວິດ-19
ພະແນກສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການກ່ຽວກັບການເສັງຈົບຊັ້ນ ປໍ5 ມໍ4 ມໍ7 ທົ່ວນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ການສອບເສັງຈົບຊັ້ນ ປໍ5 ຈະໄດ້ເລື່ອນອອກໄປກ່ອນ ແລະສຳລັບການສອບເສັງ ມໍ4 ມໍ7 ແມ່ນຈະໄດ້ສອບເສັງພ້ອມກັນເອກະພາບທົ່ວປະເທດ
ຊັ້ນ ມໍ4 ເສັງວັນທີ 21-23 ກໍລະກົດ ແລະ ຊັ້ນ ມໍ7 ເສັງວັນທີ 28-30 ກໍລະກົດ 2021 ໃນໄລຍະກະກຽມການສອບເສັງນີ້ ໃຫ້ຄະນະຮັບຜິດຊອບການສອບເສັງທຸກພາກສ່ວນຈົ່ງພ້ອມກັນປະຕິບັດດັ່ງນີ້
ແຈ້ງໃຫ້ທຸກຄົນຮູ້ ແລ້ວກຽມເຂົ້າຮ່ວມສອບເສັງ, ກຽມພ້ອມມາດຕະການປ້ອງກັນຕ່າງໆ (ໃສ່ຜ້າປິດປາກແລະເວັ້ນໄລຍະຫ່າງ), ເຜີຍແຜ່ລະບຽບການສອບເສັງທາງອອນລາຍ, ລົມກັບຜູ້ປົກຄອງໃນການໄປຮັບ-ສົ່ງນັກຮຽນເພື່ອບໍ່ໃຫ້ນັກຮຽນໄປບ່ອນອື່ນຫຼັງເສັງແລ້ວ, ຖ້າມີນັກຮຽນບໍ່ສະບາຍໃຫ້ສົ່ງໄປປິ່ນປົວ ແລ້ວຈຶ່ງເສັງຄືນຕາມຫຼັງ, ເອົາອາຫານມາກິນເອງ ບໍ່ໃຫ້ນັ່ງກິນເປັນຈຸ້ມ, ມື້ສຸດທ້າຍແມ່ນບໍ່ໃຫ້ແລກປ່ຽນລາຍເຊັນ ແລະຈັດກິດຈະກຳຕ່າງໆ ທີ່ຜິດຕໍ່ລະບຽບແລະມາດຕະການຢ່າງເດັດຂາດ
