ຢູ່ປະເທດເຮົາຕ້ອງຍອມຮັບເລື່ອງການເໜັງຕີງຂອງລາຄານ້ຳມັນ ຍ້ອນວ່າພວກເຮົານຳເຂົ້າຢ່າງດຽວ ໂດຍສະເພາະນ້ຳມັນສຳເລັດຮູບ; ຄັນພວກເຮົາສາມາດກັ່ນຕອງນ້ຳມັນດິບໄດ້ເອງ ຄິດວ່າລາຄານ້ຳມັນກໍຄົງຈະຖືກລົງບາງຊະນິດ.
ການປັບຂຶ້ນລາຄານ້ຳມັນເຊື້ອໄຟ ເປັນສິ່ງທີ່ຫຼາຍຄົນບໍ່ຢາກໃຫ້ເປັນເພາະນ້ຳມັນກ່ຽວເນື່ອງກັບການດຳລົງຊີວິດໃນຫຼາຍໆຢ່າງ ແຕ່ກໍ່ຫຼີກລຽງບໍ່ໄດ້
ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ເນັ້ນ ຫ້າມຜູ້ປະກອບການທຸລະກິດຕ່າງໆ ສວຍໂອກາດກັກຕຸນນໍ້າມັນເຊື້ອໄຟໂດຍເດັດຂາດ ຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າແມ່ນຈະໄດ້ໃຊ້ມາດຕະການຕາມກົດໝາຍ
ປະມວນກົດໝາຍອາຍາ ມາດຕາ 278ບຸກຄົນໃດ ຫາກໄດ້ກັກຕຸນ, ຊຸກເຊື່ອງສິນຄ້າໄວ້ໃນວິສາຫະກິດ, ບໍລິສັດ, ຫ້າງຮ້ານຂອງຕົນ ຫລື ຢູ່ບ່ອນອື່ນ
ເພື່ອສ້າງຄວາມປັ່ນປວນທາງດ້ານ ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ
– ຈະຖືກລົງໂທດຕັດອິດສະລະພາບ ແຕ່ 1-4 ປີ
– ຈະຖືກປັບໃໝ ແຕ່ 10.000.000 – 50.000.000 ກີບ.
ຫາກເບິ່ງປະເທດໃກ້ຄຽງເຊັ່ນ: ປະເທດໄທ ຫຼື ສສ ຫວຽກນາມ ເຂົາເຈົ້າກໍປັບລາຄາຂຶ້ນຕາມການເໜັງຕີງຂອງຕະຫຼາດໂລກ.
ຫາກແນມອອກໄປເບິ່ງໂລກພາຍນອກ ແລ້ວຈະເຫັນລາຄານ້ຳມັນທະລຸ 100 ໂດລາຕໍ່1ບາເຣລແລ້ວ (ລາຄານ້ຳມັນດິບ) ເຊິ່ງມັນກໍມີຫຼາຍປັດໄຈ ເຊິ່ງໃນນັ້ນແມ່ນກຸ່ມຜະລິດນ້ຳມັນ OPEC ແລະ ບັນດາປະເທດຜູ້ຜະລິດນ້ຳມັນຍັງແຂ່ງຂັນກັນເລື່ອງກົດລາຄາໃຫ້ສູງຂຶ້ນ ລວມໄປເຖິງບັນຫາຂໍ້ຂັດແຍງຢູ່ເອີຣົບຕາເວັນອອກ (ລັດເຊຍກັບອູ ແກຣນ) ຢ່າລືມລັດເຊຍຜະລິດນ້ຳມັນໄດ້ 10 ລ້ານບາເຣລຕໍ່ວັນ ຫຼື 1 ໃນ 10 ຂອງປະລິມານນ້ຳມັນທີ່ໃຊ້ແຕ່ລະວັນຂອງໂລກ, ສະນັ້ນ ຫາກວິກິດລະຫວ່າງລັດເຊຍ ກັບ ອູແກຣນ ແກ່ຍາວ; ການຂວ້ຳບາດເອີຣົບເລື່ອງຂໍ້ຕົກລົງນິວເຄຼຍຍັງສືບຕໍ່ຍິ່ງຈະເຮັດໃຫ້ປະລິມານຜະລິດນ້ຳມັນໜ້ອຍລົງແລ້ວການສະໜອງບໍ່ພຽງພໍຍາມນັ້ນລາຄານ້ຳມັນກໍບໍ່ສາມາດຫຼຸດລົງໄດ້.
ນັ້ນຄືບາງຂໍ້ມູນທີ່ຊອກຫາມາເລົ່າສູ້ກັນຟັງ; ຈຸດສຳຄັນເລື່ອງລາຄານ້ຳມັນນີ້ ຢາກໃຫ້ເພື່ອນຜູ້ອ່ານຕິດຕາມຂ່າວລາຄານ້ຳມັນໂລກກໍຄືການປັບຂຶ້ນ-ລົງ ຂອງລາຄານ້ຳມັນຢູ່ປະເທດໃກ້ຄຽງເຮົາ ເປັນຕົ້ນແມ່ນ ປະເທດໄທ; ສສ ຫວຽດນາມ.
ທາງອອກກໍມີແຕ່ຕ້ອງຍອມຮັບໃນເຫດຜົນ ແລະ ປະຢັດທໍ່ນັ້ນທາງອື່ນກໍຄົງເປັນໄປໄດ້ຍາກ, ສະເໜີເພື່ອແລກປ່ຽນນໍ!