ຫົວໜ້າກົມພະຍາດຕິດຕໍ່ ກ່າວໂຕເລກຜູ້ຕິດເຊື້ອໂຄວິດໃໝ່ ຍັງບໍ່ມີທ່າອ່ຽງຫຼຸດລົງ

ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວໃນວັນທີ 25 ພະຈິກນີ້ວ່າ: ຮອດມື້ນີ້ ໂຕເລກລາຍງານຜູ້ຕິດເຊື້ອໃໝ່ໃນ ສປປລາວ ກໍ່ຍັງບໍ່ມີທ່າອ່ຽງຫຼຸດລົງ ເຊີ່ງສັງເກດເຫັນວ່າ ບັນດາແຂວງທີ່ບໍ່ເຄີຍມີລາຍງານຕິດເຊື້ອມາກ່ອນກໍ່ໄດ້ມີການຕິດເຊື້ອເພີ່ມຂື້ນເປັນຕົ້ນແມ່ນແຂວງຫົວພັນ, ຜົ້ງສາລີ ແລະ ສຳລັບແຂວງທີ່ຕິດເຊື້ອຫຼາຍກ່ວາໝູ່ ກໍ່ຍັງແມ່ນແຂວງທີ່ເຄີຍລາຍງານມາກ່ອນໜ້ານີ້ ເຊັ່ນ: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ແຂວງວຽງຈັນ.
ໃນປັດຈຸບັນ ພະຍາດລະດູການເຊັ່ນ: ໄຂ້ຫວັດ ກໍ່ຈະມັກພົບ ແລະ ຫຼາຍຄົນອາດຈະບໍ່ຄຳນຶງວ່າຕົນເອງອາດຈະຕິດເຊື້ອໂຄວິດ ແລະ ກໍ່ບໍ່ໄດ້ໄປກວດຫາເຊື້ອ, ໂຕເລກທີ່ລາຍງານນີ້ແມ່ນມາຈາກການກວດຊອກຫາເຊື້ອໃນບຸກຄົນທີ່ມີອາການ ຫຼື ຜູ້ທີ່ມີປະຫວັດການສຳຜັດໃກ້ຊິດ ແຕ່ພວກເຮົາຮູ້ກັນແລ້ວວ່າຈຳນວນໜື່ງອາດຈະຕິດເຊື້ອ ແລະ ບໍ່ມີອາການ. ດັ່ງນັ້ນ, ຈຶ່ງບໍ່ໄດ້ໄປກວດຊອກຫາເຊື້ອ ແລະ ເມື່ອມີອາການກໍ່ໄປກວດຕາມຈຸດບໍລິການເກັບຕົວຢ່າງທີ່ທາງການໄດ້ກຳນົດໄວ້ ຫຼື ຈຳນວນໜື່ງກໍ່ໄປຊື້ເຄື່ອງກວດມາກວດດ້ວຍຕົນເອງ. ດັ່ງນັ້ນ, ພວກເຮົາຕ້ອງໄດ້ຍົກສູງສະຕິລະວັງຕົວວ່າຄົນອ້ອມຂ້າງເຮົາອາດຈະຕິດເຊື້ອ ແລະ ໂອກາດຕົນເອງຈະຕິດເຊື້ອຈາກບຸກຄົນດັ່ງກ່າວໄດ້ຖ້າເຮົາຫາກລະເລີງປະຕິບັດມາດຕະການປ້ອງກັນຕົນເອງ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *