ຫົວໜ້າກົມປະຊາສຳພັນໄທ ເຂົ້າພົບທ່ານທູດລາວ ເພື່ອກ່າວຂໍໂທດເລື່ອງນັດຂ່າວໄທ ນຳສະເໜີຂ່າວບໍ່ມີມູນຄວາມຈິງ

ຫົວໜ້າກົມປະຊາສຳພັນໄທ ເຂົ້າພົບທ່ານທູດລາວ ເພື່ອກ່າວຂໍໂທດເລື່ອງນັດຂ່າວໄທ ນຳສະເໜີຂ່າວບໍ່ມີມູນຄວາມຈິງ
ຕອນບ່າຍເວລາ 15:00 ໂມງ ຂອງວັນທີ 27 ທັນວາ 2021, ທ່ານ ພົນໂທ ສັນເສີນ ແກ້ວກໍາເນີດ, ຫົວໜ້າກົມປະຊາສຳພັນ ພ້ອມດ້ວຍຄະນະ 6 ທ່ານ ໄດ້ເຂົ້າພົບທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ທີ່ ສະຖານທູດລາວ ເພື່ອມາຂໍໂທດກ່ຽວກັບການສະເໜີຂ່າວລົດໄຟຄວາມໄວສູງ ລາວ-ຈີນ ຊຶ່ງສື່ຂອງສະຖານີ ວິທະຍຸ ໂທລະພາບ ແຫ່ງປະເທດໄທ (NBT) ໄດ້ອອກຂ່າວທີ່ຂາດຂໍ້ມູນຄວາມຈິງໃນວັນທີ 6 ທັນວາ 2021 ທີ່ ຜ່ານມາ
ໃນລາຍການ “ຟັງຊັດໆ ຖະໜອມຈັດໃຫ້” ຂອງທ້າວ ຖະໜອມ ອ່ອນເກດພົນ ໄດ້ນໍາສະເໜີຂ່າວທີ່ບໍ່ມີມູນຄວາມຈິງ ເຮັດໃຫ້ເຂົ້າໃຈວ່າ ລັດຖະບານລາວບໍ່ສາມາດໄຊ້ໜີ້ຈີນໄດ້ ຈາກການກູ້ຢືມເງິນມາລົງທຶນສ້າງທາງ ລົດໄຟອັນມະຫາສານ ແລະ ຍັງດູໝິ່ນຄົນລາວວ່າບໍ່ສາມາດຂີ່ລົດໄຟໄດ້ຍ້ອນປີ້ລົດໄຟແພງກວ່າລາຍຮັບຂອງພົນລະເມືອງລາວ.
ໃນການເຂົ້າພົບເພື່ອຂໍໂທດ, ທ່ານ ພົນໂທ ສັນເສີນ ແກ້ວກໍາເນີດ ໄດ້ກ່າວສະແດງຄວາມເສຍໃຈຕໍ່ ຄວາມຜິດພາດໃນການອອກຂ່າວຄັ້ງນີ້, ເຊິ່ງເພີ່ນເອງໃນນາມຜູ້ບັງຄັບບັນຊາໂດຍກົງຂອງໂທລະພາບຊ່ອງ NBT ໄດ້ຂໍໂທດທ່ານທູດ ແລະ ປະຊາຊົນລາວ ແລະ ຍອມຮັບວ່າເຄີຍເກີດມີຄວາມຜິດພາດໃນການສະເໜີມາແລ້ວ ເທື່ອໜຶ່ງ, ໂດຍຕອນນັ້ນໄດ້ມີຈົດໝາຍຂໍໂທດເປັນທາງການວ່າຈະບໍ່ໃຫ້ມີເຫດການເກີດຂື້ນອີກ ແຕ່ມາເທື່ອນີ້ ໂທລະພາບ NBT ກໍໄດ້ສະເໜີຂ່າວຜິດພາດອີກຄັ້ງໜຶ່ງ. ສະນັ້ນຄັ້ງນີ້ຈຶ່ງໄດ້ນຳພາຄະນະຜູ້ບໍລິຫານ ແລະ ນັກຂ່າວ ມາຂໍໂທດທີ່ສະຖານທູດໂດຍກົງ ເພື່ອສະແດງຄວາມຈິງໃຈ ແລະ ສຳນຶກໃນຄວາມຜິດທີ່ເກີດຂື້ນ ແລະ ຫວັງຢ່າງ ຍິ່ງວ່າຈະໄດ້ຮັບການອະໄພຈາກປະຊາຊົນລາວ ພ້ອມທັງຮັບປາກຢ່າງໜັກແໜ້ນວ່າ ຈະບໍ່ໃຫ້ເຫດການລັກຊະນະ ກີດຂື້ນອີກ. ພ້ອມດຽວກັນນີ້, ທ່ານພົນໂທ ສັນເສີນ ໄດ້ໃຫ້ທ້າວ ຖະໜອມ, ນັກຂ່າວຊ່ອງ NBT ກ່າວຄຳຂໍ ໂທດດ້ວຍຕົນເອງຕໍ່ທ່ານທູດ ແລະ ປະຊາຊົນລາວ ແລະ ຜູ້ກ່ຽວໄດ້ເອົາພວງມະໄລກາບຂໍໂທດໂດຍກົງຕໍ່ທ່ານ ທູດ ແລະ ປະຊາຊົນລາວທັງຊາດ ແລະ ຫວັງວ່າປະຊາຊົນລາວຈະໃຫ້ອະໄພຕົນຕໍ່ຄວາມຜິດພາດໃນຄັ້ງນີ້.
ຫຼັງຈາກນັ້ນ, ທ່ານທູດ ແສງ ໄດ້ຮັບຊາບຄໍາຂໍໂທດດັ່ງກ່າວ ໂດຍຈະນຳເອົາການຂໍໂທດຄັ້ງນີ້ ແຈ້ງໃຫ້ ປະຊາຊົນຮັບຊາບ, ເຊິ່ງທ່ານທູດເຊື່ອໝັ້ນວ່າປະຊາຊົນລາວຜູ້ມີຈິດໃຈໂອບເອື້ອອາລີ ຈະໃຫ້ອະໄພໃນຄວາມ ຜິດພາດຄັ້ງນີ້ ແລະ ສະແດງຄວາມຫວັງວ່າຈະບໍ່ເກີດຄວາມຜິດພາດໃນລັກຊະນະນີ້ເກີດຂື້ນອີກ. ໃນໂອກາດນີ້ ທ່ານທູດ ໄດ້ເໜັ້ນໃຫ້ເຫັນເຖິງຄວາມສໍາພັນ ລາວ-ໄທ ທີ່ເປັນເພື່ອນບ້ານໃກ້ຄຽງ ທີ່ມີຮີດຄອງປະເພນີວັດທະນະທໍາ ແລະ ພາສາປາກເວົ້າ ທີ່ຄ້າຍຄືກັນ. ພ້ອມນີ້ ທ່ານທູດຍັງໄດ້ກ່າວຕື່ມວ່າ ຕໍ່ໜ້າຫາກມີບັນຫາ ເຂົ້າໃຈ ຫຼື ຕ້ອງການຂໍ້ມູນລະອຽດ ກໍຂໍໃຫ້ຕິດຕໍ່ປະສານມາຍັງສະຖານທູດເພື່ອຂໍຂໍ້ມູນຂ່າວສານທີ່ຖືກຕ້ອງຕາມ ຄວາມເປັນຈິງ ເພື່ອສະເໜີຂ່າວທີ່ເຮັດໃຫ້ສັງຄົມຮັບຮູ້ ແລະ ມີຄວາມເຂົ້າໃຈທີ່ຖືກຕ້ອງ.
ທ່ານທູດ ຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງໂຄງການລົດຄວາມໄວສູງ ລາວ-ຈີນ ທີ່ເປັນ ເສັ້ນທາງປະຫວັດສາດ ແລະ ແມ່ນເສັ້ນທາງທໍາອິດສໍາລັບປະຊາຊົນລາວ. ປະຊາຊົນລາວ ມີຄວາມພາກພູມໃຈໃນ ການເປີດການນໍາໃຊ້ລົດໄຟຄວາມໄວສູງດັ່ງກ່າວ, ເຊິ່ງໂຄງການນີ້ ແມ່ນເພື່ອຜົນປະໂຫຍດຂອງປະຊາຊົນລາວ, ປະຊາຊົນປະເທດເພື່ອນບ້ານ, ປະເທດອາຊຽນ ແລະ ພາກພື້ນໃນອານາຄົດ.
ສຸດທ້າຍນີ້, ທ່ານທູດ ໄດ້ເໜັ້ນຄືນຈຸດຢືນຂອງລັດຖະບານ ສປປ. ລາວ ຍາມໃດ ກໍພະຍາຍາມເສີມ ຂະຫຍາຍ ສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີນຳກັນຂອງສອງປະເທດ ໃຫ້ນັບມື້ຈະເລີນກ້າວ ໜ້າ, ເຊິ່ງຕົນເອງໃນນາມທູດ ຈະທຸ້ມເທເຫື່ອແຮງສືບຕໍ່ຊຸກຍູ້ການພົວພັນ ແລະ ການຮ່ວມມືຂອງສອງປະເທດ ໃຫ້ຈະເລີນງອກງາມຍິ່ງໆຂື້ນ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *