ສຳນັກຂ່າວຫວຽດນາມ, ຫວຽດນາມ ຕິດອັນດັບ 68 ຈາກ 120 ປະເທດ ໃນການສຳຫລວດງົບປະມານ ແບບເປີດເຜີຍ (OBS) ໃນປີ 2021 ເພີ່ມຂຶ້ນ 9 ອັນດັບ ຈາກປີ 2019
ຫລັງຈາກອົງການເປັນຫຸ້ນສ່ວນດ້ານງົບປະມານສາກົນ(IBP) ເປີດເຜີຍກ່ຽວກັບ ຫວຽດນາມດ້ານຄວາມໂປ່ງໃສ ໄດ້ 44 ຄະແນນ ຈາກ 100 ຄະແນນ ດ້ານການຄຸ້ມຄອງງົບປະມານໄດ້ 80 ຄະແນນ ແລະ ດ້ານການມີສ່ວນຮ່ວມຂອງປະຊາຊົນ ໄດ້ 17 ຄະແນນ.
ຫວຽດນາມ ໄດ້ຄະແນນເພີ່ມຂຶ້ນ 6 ຄະແນນ ໃນທັງ 3 ດ້ານຄື: ຄວາມໂປ່ງໃສ, ການມີສ່ວນຮ່ວມຂອງປະຊາຊົນ ແລະ ການຄຸ້ມຄອງງົບປະມານ ໄດ້ດີຂຶ້ນເມື່ອທຽບໃສ່ ປີ2019