ສຳນັກງານນາຍົກອອກທິດຊີ້ນຳ ການກະກຽມເປີດການທ່ອງທ່ຽວສີຂຽວ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງທິດຊີ້ນຳຂອງກອງປະຊຸມກົມການເມືອງສູນກາງ ພັກ ຮ່ວມກັບຄະນະເລຂາທິການສູນກາງພັກ ມາຍັງທ່ານຊາບ ແລະ ຈັດຕັ້ງຜັນຂະຫຍາຍ ດັ່ງນີ້:
1. ເຫັນດີໃຫ້ເປີດການທ່ອງທ່ຽວສີຂຽວ ຕາມແຜນການທີ່ໄດ້ກະກຽມໄວ້, ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າຄືນ ມາດຕະການຕ່າງໆ ທີ່ໄດ້ກໍານົດອອກມານັ້ນ ຈະມີຄວາມຮັບປະກັນ ແລະ ສາມາດຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ 19 ທັງສາຍພັນໃໝ່ໂອໄມຄອນ (Omicron) ແລະ ສາຍພັນເດວຕ້າ (Delta) ໄດ້ບໍ່, ພ້ອມທັງປະເມີນຄືນຄວາມ ສຽງແຕ່ລະໄລຍະ ເພື່ອໃຫ້ສາມາດກໍານົດມາດຕະການ ແລະ ແຜນການຮັບມືໃນການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ໄດ້ຢ່າງທັນການ, ພ້ອມນັ້ນ ກໍຄົ້ນຄວ້າກ່ຽວກັບມາດຕະການຜ່ອນຜັນ ດັ່ງນີ້
– ຄົ້ນຄວ້າກ່ຽວກັບການອະນຸມັດໃຫ້ຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ໂດຍສະເພາະແມ່ນນັກທຸລະກິດ, ພະນັກງານ, ຜູ້ປະກອບການ ແລະ ອື່ນໆ ເພື່ອເປັນການດຶງດູດ ແລະ ຊຸກຍູ້ການດຳເນີນທຸລະກິດ ແລະ ການລົງທຶນຕ່າງໆ ໃຫ້ສາມາດດຳເນີນໄດ້ຕາມແຜນການ.
ອ່ານເພີ່ມຕື່ມ ຕາມເອກະສານລຸ່ມນີ້

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *