ໃນວັນທີ 31 ທັນວາ 2021 ຜ່ານມາ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເລື່ອງ ທິດຊີ້ນໍາຕໍ່ກັບປະກົດການຫຍໍ້ທໍ້ໃນການຊື້-ຂາຍປີ້ໂດຍສານລົດໄຟລາວ-ຈີນ, ອີງຕາມ ດຳລັດວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 574/ນຍ, ລົງວັນທີ 28 ກັນຍາ 2021; ອີງຕາມ ຂໍ້ຕົກລົງຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ສະບັບເລກທີ 41/ນຍ, ລົງວັນທີ 30 ເມສາ 2021, ອີງຕາມ ສະພາບຫາງສຽງຕົວຈິງຂອງຜູ້ໃຊ້ບໍລິການ ແລະ ຫາງສຽງຜ່ານສື່ສັງຄົມອອນລາຍ ກ່ຽວກັບການຊີ້ປີ້ລົດໄຟລາວ-ຈີນ ແລະ ອີງຕາມການຊີ້ນໍາ ຂອງທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ ໃນວັນທີ 31 ທັນວາ 2021.
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຈ້ງທິດຊີ້ນໍາທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາຂົງເຂດວຽກງານເສດຖະກິດ ມາຍັງທ່ານຊາບ ແລະ ຈັດຕັ້ງປະຕິບັດ ດັ່ງນີ້: ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນສົມທົບກັບພາກສ່ວນກ່ຽວຂ້ອງ ສຸມໃສ່ແກ້ໄຂບາງບັນຫາຄື:
1. ສົມທົບບໍລິສັດທາງລົດໄຟລາວ-ຈີນ ລົງເລິກກວດກາສະພາບການຊື້-ຂາຍປີ້ໂດຍສານລົດໄຟລາວ-ຈີນ ວ່າມີປະກົດການສວຍໂອກາດ ໃນການກັກຕຸນປີ້ໂດຍສານ ຫຼື ມີນາຍໜ້າຈອງໄວ້ ເພື່ອເກງກຳໄລ ຄືດັ່ງຫາງສຽງສັງຄົມໄດ້ສ່ອງແສງນັ້ນແທ້ ຫຼື ບໍ່, ຖ້າມີແທ້ ແມ່ນໃຫ້ດໍາເນີນມາດຕະການຕ່າງໆ ທີ່ກົດໝາຍກໍ່ຄືລະບຽບການກ່ຽວຂ້ອງໄດ້ກໍານົດໄວ້ຢ່າງເຂັ້ມງວດ. ພ້ອມກັນນັ້ນ ກໍໃຫ້ບໍລິສັດ ທາງລົດໄຟລາວ-ຈີນ ປັບປຸງວິທີການໃນການຈໍາໜ່າຍປີ້ໂດຍສານລົດໄຟຄືນໃໝ່ ໃຫ້ສອດຄ່ອງກວ່າເກົ່າ ເພື່ອສ້າງຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການ, ທັງຮັບປະກັນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.
2. ໃຫ້ສົມທົບກັບອົງການປົກຄອງທ້ອງຖິ່ນກ່ຽວຂ້ອງ ເພີ່ມທະວີການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງລົດໄຟລາວ-ຈີນ ໃຫ້ເຂັ້ມງວດກວ່າເກົ່າ ໂດຍໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນມີສ່ວນຮ່ວມໃນວຽກງານດັ່ງກ່າວ ຢ່າງເປັນປະຈໍາ ແລະ ປົກກະຕິ.
