ສາເຫດທີ່ອຸໂມງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ມືດຕືບໄຟຄືບໍ່ເປີດ ຍ້ອນມີໂຈນມາລັກສາຍໄຟ

ສາເຫດທີ່ອຸໂມງທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ມືດຕືບຕືແມ່ນ… ຊ່ວງໄລຍະຜ່ານມານີ້, ມີຜູ້ຂັບຂີ່ທີ່ນຳໃຊ້ທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ໄດ້ສອບຖາມພະນັກງານບໍລິຫານທາງດ່ວນວ່າ “ ເປັນຫຍັງອຸໂມງທາງດ່ວນມືດຕະຫຼອດ, ໄຟຄືບໍ່ເປີດ?

ຄວາມຈີງຄື: ອຸໂມງມິດຕະພາບຂອງ ທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ຕັ້ງຢູ່ຈຸດກິໂລແມັດ K63+380. ບັນດາສາຍໄຟ, ສາຍສົ່ງສັນຍານການສື່ສານ, ອຸປະກອນໃນຕູ້ກະຈາຍໄຟທີ່ຢູ່ໃນອຸໂມງຕ່າງໆຖືກລັກຂະໂມຍ ແລະ ທຳລາຍ.

ເພາະອຸປະກອນໃນອຸໂມງສ່ວນໃຫຍ່ແມ່ນສາຍໄຟ, ເປັນໂລຫະທີ່ມີມູນຄ່າສູງເຊັ່ນ: ທອງແດງ, ທາດເຫຼັກ ແລະ ອື່ນໆ, ສະນັ້ນຈຶ່ງມີການຖືກລັກຂະໂມຍຊຳ້ຊ້ອນຫຼາຍຄັ້ງ. ພາຍຫຼັງສາຍໄຟຖືກລັກແລ້ວ, ພະນັກງານທາງດ່ວນໄດ້ລົງໄປສ້ອມແປງ ແລະ ປ່ຽນສາຍໄຟ, ເຊິ່ງອຸປະກອນ ແລະ ສາຍໄຟສຳຮອງທີ່ນຳໄປສ້ອມແປງຍັງມີປາກົດການທີ່ຖືກລັກຂະໂມຍອີກ.ສາຍໄຟໃນອຸໂມງທີ່ຖືກລັກຂະໂມຍ, ຈະພາໃຫ້ມີບັນຫາດັ່ງລຸ່ມນີ້:

1. ເນື່ອງຈາກສາຍໄຟຖືກລັກຂະໂມຍ, ຈຶ່ງບໍ່ສາມາດສະໜອງໄຟພາຍໃນອຸໂມງໄດ້, ເຮັດໃຫ້ບໍ່ມີແສງສະຫວ່າງ, ສະນັ້ນ, ອຸໂມງຈະມືດຢູ່ຕະຫຼອດເວລາ, ເຊິ່ງຈະມີຄວາມສ່ຽງສູງຕໍ່ຍານພາຫະນະທີ່ສັນຈອນໄປມາ.

2. ສາຍສົ່ງສັນຍານການສື່ສານຖືກລັກຂະໂມຍ, ກ້ອງວົງຈອນປິດທີ່ຢູ່ອ້ອມຂ້າງອຸໂມງຈະບໍ່ສາມາດໃຊ້ງານໄດ້, ເຊິ່ງເຮັດໃຫ້ພະນັກງານບໍລິຫານທາງດ່ວນບໍ່ສາມາດພົບເຫັນອຸປະຕິເຫດທີ່ເກີດຂຶ້ນຢູ່ຕາມຂອບເຂດໃກ້ຄຽງອຸໂມງໄດ້ທັນເວລາ, ຫາກວ່າມີອຸປະຕິເຫດເກີດຂຶ້ນແຖວຂອບເຂດໃກ້ຄຽງອຸໂມງ, ຈະບໍ່ສະດວກຕໍ່ການກູ້ໄພອຸປະຕິເຫດຢ່າງທັນການ.

3. ສາຍໄຟຖືກລັກຂະໂມຍ, ອຸປະກອນດັບເພີງໃນອຸໂມງຈະບໍ່ສາມາດໃຊ້ງານຕາມປົກກະຕິໄດ້, ຫາກວ່າໃນອຸໂມງເກີດເຫດໄຟໄໝ້, ຈະບໍ່ສາມາດດັບໄຟໄດ້ຢ່າງທັນເວລາ.

ເພື່ອການສັນຈອນທີ່ປອດໄພຂອງປະຊາຊົນທັງຫຼາຍ, ພວກຂ້າພະເຈົ້າຂໍປະຊາສຳພັນມາຍັງພໍ່ແມ່ປະຊາຊົນທັງຫຼາຍ “ກະລຸນາຢ່າທຳລາຍ ແລະ ລັກຂະໂມຍອຸປະກອນຕາມເສັ້ນທາງດ່ວນ”.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *