ຫ້ອງວ່າການແຂວງສາລະວັນ ອອກແຈ້ງການ ເລກທີ 575/ຫວຂ,ສວ, ລົງວັນທີ 3 ກັນຍາ 2021 ເລື່ອງຫ້າມຈັດງານບຸນປະເພນີ (ບຸນຫໍ່ເຂົ້າປະດັບດິນ) ໃນວັນທີ 6 ກັນຍາ 2021 ຢູ່ຕາມວັດຕ່າງໆໃນທົ່ວແຂວງ ເນື່ອງຈາກການລະບາດຂອງພະຍາດໂດວິດ-19 ຢູ່ແຂວງສາລະວັນ ມີທ່າອ່ຽງເພີ່ມຂຶ້ນ ໂດຍສະເພາະມີແຮງງານຈຳນວນຫຼາຍເຂົ້າມາ, ເຖິງວ່າຈະມີການຈັດການນຳເຂົ້າສູນຈໍາກັດບໍລິເວນ ແລະ ຕິດຕາມກວດກາຢ່າງໃກ້ຊິດ ແຕ່ກໍ່ຍັງມີການລະບາດໃນຊຸມຊົນ. ສະນັ້ນ, ເພື່ອເປັນການປ້ອງກັນສະກັ້ດແຕ່ຫົວທີ ທັງເປັນການຫຼຸດຜ່ອນຄວາມສ່ຽງທີ່ອາດຈະເກີດຂຶ້ນຕໍ່ສຸຂະພາບ ແລະ ຊີວິດຂອງພໍ່ແມ່ປະຊາຊົນ, ຫ້ອງວ່າການແຂວງສາລະວັນ ແຈ້ງມາຍັງທ່ານປະຕິບັດດັ່ງນີ້:
1. ຫ້າມຈັດງານບຸນປະເພນີ (ບຸນຫໍ່ເຂົ້າປະດັບດິນ) ໃນວັນທີ 06/09/2021 ຢູ່ຕາມວັດຕ່າງໆ ໃນທົ່ວແຂວງ ( ອະນຸຍາດໃຫ້ຄູບາເທດສະໜາ-ບູຊາ ຕາມຫຼັກພະສົງພາຍໃນວັດ).
2. ມອບໃຫ້ອົງການປົກຄອງເມືອງ, ພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງເປັນເຈົ້າການແຈ້ງບອກ ພະນັກງານ – ລັດຖະກອນ, ພໍ່ແມ່ປະຊາຊົນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ບໍ່ໃຫ້ໄປເຮັດກິດຈະກຳທາງສາສະໜາ ຢູ່ວັດໃນມື້ບຸນດັ່ງກ່າວຢ່າງເດັດຂາດ.
3. ມອບໃຫ້ເຈົ້າໜ້າທີ່ ປກສ ແຂວງ-ເມືອງ ເປັນເຈົ້າການໃນເຄື່ອນໄຫວຕິດຕາມ, ກວດກາລາດຕະເວນກ່ອນ-ໄລຍະນີ້ບຸນ-ຫຼັງມື້ບຸນ 1-2 ມື້ ກໍລະນີຫາກພົບເຫັນຫ້າງຮ້ານກິນດື່ມ, ບ້ານພັກໂຮງແຮມ-ຮ້ານອາຫານ-ປີ້ງແກ້ມອື່ນໆຂາຍເຫຼົ້າເບຍ ແລະ ອະນຸຍາດໃຫ້ຄົນເຂົ້ານັ່ງກິນ-ດື່ມເຫຼົ້າເບຍຢູ່ຮ້ານ, ຈັດການຊຸມແຊວ, ຕັ້ງວົງດື່ມເຫຼົ້າຢູ່ເຮືອນ-ຊານ ໃຫ້ເຈົ້າໜ້າທີ່ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ ແລະ ປະຕິບັດຕາມມາດຕະການຕໍ່ຜູ້ລະເມີດ ຕາມຂໍ້ທີ 4,2 ແລະ 4,4 ຂອງແຈ້ງການຄະນະສະເພາະກິດຂັ້ນແຂວງ ສະບັບເລກທີ 19/ຈຂ.ສວ, ລົງວັນທີ 01/9/2021 ຢ່າງເຂັ້ມງວດ. ແຈ້ງມາທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ
