ໃນວັນທີ 24 ທັນວາ 2021, ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດວຽກງານໂຄສົກລັດຖະບານ, ໄດ້ຖະແຫລງຂ່າວກ່ຽວກັບຜົນກອງປະຊຸມລັດຖະບານເປີດກວ້າງ ປີ 2021: ເນື້ອໃນຂອງຖະແຫລງຂ່າວໄດ້ກ່າວວ່າ:
ຜົນກອງປະຊຸມລັດຖະບານເປີດກວ້າງ ປີ 2021 ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 23 ທັນວາ 2021 ແລະ ໄດ້ອັດລົງ ໃນຕອນແລງວັນທີ 24 ທັນວາ 2021 ທີ່ຫໍປະຊຸມແຫ່ງ ຊາດ, ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມທັງ ຕາງໜ້າອົງການແນວລາວສ້າງຊາດ, ອົງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ, ອົງການກວດສອບແຫ່ງລັດ ໄດ້ເຂົ້າຮ່ວມ ແລະ ຕິດຕາມ ຜ່ານລະບົບກອງປະຊຸມທາງໄກ ຢ່າງພ້ອມພຽງ.
ກອງປະຊຸມ ໄດ້ຮັບຟັງ, ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ຕໍ່ 03 ວາລະທີ່ສຳຄັນ ຄື:
ວາລະທີ 1: ໄດ້ຜ່ານ 6 ເອກະສານ ຄື: ຮ່າງບົດສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານປະຈຳປີ 2021 ແລະ ທິດທາງປີ 2022; ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ- ການເງິນ; ບົດລາຍງານການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ບົດລາຍງານການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບ ຄຸມ ແລະ ແກ້ໄຂການລະບາດ ພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ທິດທາງ ໃນຕໍ່ໜ້າ; ບົດລາຍ ງານການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດແຜນຕ້ອນຮັບນັກທ່ອງທ່ຽວ ແລະ ບົດລາຍ ງານກ່ຽວກັບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ຊຶ່ງຕໍ່ບັນດາບົດລາຍ ງານດັ່ງກ່າວ ກອງປະຊຸມ ໄດ້ຕົກ ລົງ ແລະ ມີທິດຊີ້ນຳ ດັ່ງນີ້:
1) ເຫັນດີຮັບຮອງເອົາ ບົດສະຫຼຸບຕີລາຄາ ການເຄື່ອນໄຫວວຽກ ງານ ປະຈຳປີ 2021 ແລະ ທິດ ທາງແຜນການປີ 2022 ຂອງລັດຖະບານ ໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີ ນຳໄປປັບປຸງ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ ຕາມການປະກອບຄຳເຫັນຂອງກອງປະຊຸມ. ພ້ອມກັນນີ້ ໄດ້ຊີ້ນຳໃຫ້ສະມາຊິກລັດຖະບານ, ບັນດາທ່ານ ຫົວໜ້າອົງການຈັດຕັ້ງພັກ, ອົງການທຽບເທົ່າຂັ້ນສູນກາງ, ທ່ານເຈົ້າແຂວງ, ເຈົ້າຄອງນະ ຄອນຫຼວງວຽງຈັນ ຈົ່ງໄດ້ສືບຕໍ່ກຳແໜ້ນທັດສະນະພື້ນຖານ ທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກໍານົດໄວ້ ໃນນັ້ນແມ່ນຕ້ອງສ້າງການຫັນປ່ຽນ ໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ບົນພື້ນຖານນັ້ນ ທຸກການຈັດຕັ້ງ ແລະ ພະນັກງານຄຸ້ມຄອງທຸກລະດັບ ຕ້ອງຫັນປ່ຽນຈິນ ຕະນາການຢ່າງແທ້ຈິງ ສິ່ງສຳຄັນແມ່ນຕ້ອງຍົກສູງຄວາມເປັນເຈົ້າການ, ຄວາມຮັບຜິດຊອບ ແລະ ຈັນຍາບັນ ໃນການເຮັດວຽກຂອງການຈັດຕັ້ງ ກໍຄືບຸກຄົນ ທີ່ສັງກັດຢູ່ໃນຂອບເຂດຄວາມຮັບຜິດຊອບ ຕາມພາລະບົດບາດໜ້າທີ່ຂອງຕົນ, ຫັນປ່ຽນຈາກ “ຜູ້ຄຸ້ມຄອງ” ມາເປັນ “ຜູ້ໃຫ້ບໍລິການທີ່ດີ, ວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍ”. ນອກຈາກນັ້ນ ກໍໃຫ້ຮັບຮູ້ ແລະ ເຂົ້າໃຈວ່າ ພາກລັດ ແລະ ພາກທຸລະກິດ ແມ່ນຮຸ້ນສ່ວນທີ່ສຳຄັນຮ່ວມກັນ ແລະ ຕັດແຍກອອກຈາກກັນບໍ່ໄດ້ ເພື່ອແກ້ໄຂບັນຫາລວມຂອງຊາດ ແລະ ພັດທະນາປະເທດຂອງພວກເຮົາໃຫ້ຈະເລີນກ້າວ ໜ້າ.
2) ເຫັນດີຮັບຮອງບົດລາຍງານການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍມອບໃຫ້ບັນດາກະຊວງ ແລະ ທ້ອງຖິ່ນ ສືບຕໍ່ປັບປຸງແຜນວຽກ ໃຫ້ຖືກຕ້ອງສອດຄ່ອງກັບສະພາບຈຸດພິເສດຂອງຕົນ ລວມທັງກຳນົດມາດຕະການແກ້ໄຂໃຫ້ຊັດເຈນ ແລະ ເຂັ້ມງວດຂຶ້ນກວ່າເກົ່າ ໂດຍເນັ້ນໃສ່ການສ້າງຖານການຜະລິດ ຕິດພັນກັບການສ້າງຖານລາຍຮັບ ໃໝ່, ການຫັນເປັນທັນສະໄໝ ໃນການອັດຊ່ອງຫວ່າງການຮົ່ວໄຫຼ ໃນການຂຸດຄົ້ນລາຍຮັບ, ການເກັບລາຍຮັບ, ການເຂົ້າລະບົບຖືບັນຊີ, ການແກ້ໄຂພາຫະນະທີ່ບໍ່ຖືກຕ້ອງ, ການນຳໃຊ້ລົດໄຟຟ້າ, ການຕິດຕັ້ງຊິງຊັ່ງທັນສະໄໝ, ການຂຸດຄົ້ນ ແລະ ສົ່ງອອກແຮ່ທາດ, ການຄຸ້ມຄອງຮ້ານແລກປ່ຽນເງິນຕາ ໃຫ້ເຂົ້າສູ່ລະບົບ ແລະ ອື່ນໆ ຄຽງຄູ່ກັບການຄຸ້ມຄອງລາຍຈ່າຍ, ຕ້ານການຟຸມເຟືອຍທີ່ໃຊ້ງົບປະມານຂອງລັດ.
ນອກຈາກນັ້ນ, ຕ້ອງສືບຕໍ່ເອົາໃຈໃສ່ປັບປ່ຽນຄ່ານິຍົມນໍາໃຊ້ສິນຄ້ານໍາເຂົ້າ ມາເປັນການສົ່ງເສີມການຜະລິດ ແລະ ນິຍົມຊົມໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນ ເທື່ອລະກ້າວ ແລະ ຖືເອົາກາລະໂອກາດຈາກເງື່ອນໄຂດ້ານຕ່າງໆ ໃນການພັດທະນາໂຄງລ່າງພື້ນຖານ ໃນແລວເສັ້ນທາງລົດໄຟ ລາວ-ຈີນ ແລະ ທາງດ່ວນ ເພື່ອພັດທະນາການບໍລິການ, ການຂົນສົ່ງສິນຄ້າ, ການເຊື່ອມໂຍງ, ການທ່ອງທ່ຽວ ຂອງປະເທດເຮົາ.ສໍາລັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕ້ອງສຸມໃສ່ເຜີຍແຜ່ໃຫ້ທົ່ວປວງຊົນລາວທັງຊາດ ພິເສດແມ່ນ ໃຫ້ຄົນຮຸ້ນໜຸ່ມ ໄດ້ຮັບຮູ້ເຂົ້າໃຈເປັນເອກະພາບ ກ່ຽວກັບຜົນຮ້າຍຂອງຢາເສບຕິດຕໍ່ຊຸມຊົນ, ເປັນເຈົ້າການເຂົ້າຮ່ວມໃນການຈັດຕັ້ງປະຕິບັດໃຫ້ເປັນຂະບວນກວ້າງຂວາງ ໄປຄຽງຄູ່ກັບການປັບປຸງກົງຈັກການຈັດຕັ້ງຂັ້ນບ້ານ ໃຫ້ມີຄວາມເຂັ້ມແຂງ, ສ້າງ ແລະ ປັບປຸງບັນດານິຕິກໍາທີ່ກ່ຽວ ຂ້ອງໃຫ້ຄົບຖ້ວນ ລວມທັງແກ້ໄຂບັນຫາຄົງຄ້າງ ກ່ຽວກັບຊັບສິນຂອງການດຳເນີນຄະດີ ໃຫ້ສຳເລັດ.
ສໍາລັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕ້ອງສຸມໃສ່ເຜີຍແຜ່ໃຫ້ທົ່ວປວງຊົນລາວທັງຊາດ ພິເສດແມ່ນ ໃຫ້ຄົນຮຸ້ນໜຸ່ມ ໄດ້ຮັບຮູ້ເຂົ້າໃຈເປັນເອກະພາບ ກ່ຽວກັບຜົນຮ້າຍຂອງຢາເສບຕິດຕໍ່ຊຸມຊົນ, ເປັນເຈົ້າການເຂົ້າຮ່ວມໃນການຈັດຕັ້ງປະຕິບັດໃຫ້ເປັນຂະບວນກວ້າງຂວາງ ໄປຄຽງຄູ່ກັບການປັບປຸງກົງຈັກການຈັດຕັ້ງຂັ້ນບ້ານ ໃຫ້ມີຄວາມເຂັ້ມແຂງ, ສ້າງ ແລະ ປັບປຸງບັນດານິຕິກໍາທີ່ກ່ຽວ ຂ້ອງໃຫ້ຄົບຖ້ວນ ລວມທັງແກ້ໄຂບັນຫາຄົງຄ້າງ ກ່ຽວກັບຊັບສິນຂອງການດຳເນີນຄະດີ ໃຫ້ສຳເລັດ.
3) ກອງປະຊຸມຕົກລົງເຫັນດີຮັບຮອງບົດສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດ ມາດຕະການເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈໍາປີ 2021 ແລະ ແຜນການ ປີ 2022 ໂດຍມອບໃຫ້ ຄະນະສະເພາະກິດ ສົມທົບກັບພາກສ່ວນກ່ຽວຂ້ອງ ກຳນົດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ ໃຫ້ມີປະສິດທິຜົນສູງຂຶ້ນ ໂດຍຮັບປະກັນການດຸ່ນດ່ຽງລະຫວ່າງ ການພັດທະນາເສດຖະກິດ-ສັງຄົມ ກັບການຮັກສາສຸຂະພາບຂອງປະຊາຊົນ; ສືບຕໍ່ສົ່ງເສີມມູນເຊື້ອອັນດີງາມ ແລະ ຄວາມຮັບ ຜິດຊອບໃນຫຼາຍຮູບແບບ ຂອງພາກສັງຄົມ, ຄອບຄົວ ກໍຄືພາກທຸລະກິດ ເຂົ້າໃນວຽກງານດັ່ງກ່າວຢ່າງຕັ້ງໜ້າ ໂດຍສະເພາະໃນການກວດກາເຊື້້ອພະຍາດ, ການສັກວັກຊີນ, ການຈຳກັດບໍລິເວນ ແລະ ການປິ່ນປົວ; ປຸກລະດົມກຳລັງໃຈຂອງເຈົ້າໜ້າທີ່ ກໍຄືພະ ນັກງານວິຊາການ ທີ່ໄດ້ປະຕິບັດໜ້າທີ່ໂດຍກົງກັບການຄວບຄຸມພະຍາດດັ່ງກ່າວ ທັງຄົ້ນຄ້ວາຖອດຖອນເອົາບົດຮຽນຂອງປະເທດຕ່າງໆ ບວກກັບບົດຮຽນຜ່ານມາຂອງປະເທດເຮົາ.
4) ເຫັນດີດ້ານຫຼັກການຮັບຮອງແຜນຮັບນັກທ່ອງທ່ຽວ, ແຕ່ຕ້ອງເອົາໃຈໃສ່ ຄວາມພ້ອມດ້ານຕ່າງໆຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ ເພື່ອບໍ່ໃຫ້ມີຜົນກະທົບຕາມມາ ລວມທັງຜົນກະທົບຕໍ່ການສົ່ງເສີມສາຍພົວພັນຮ່ວມມືທີ່ດີກັບບັນດາປະເທດຕ່າງ, ສິ່ງສຳຄັນແມ່ນຕ້ອງຮັບປະກັນຄວາມດຸ່ນດ່ຽງ ລະຫວ່າງການພັດທະນາທາງດ້ານເສດຖະກິດ ດ້ວຍມາດຕະການຕ່າງໆ ກັບການຮັກສາສຸຂະພາບຂອງປະຊາຊົນ ແລະ ສ້າງທຸກເງື່ອນໄຂໃຫ້ທຸກພາກສ່ວນເສດຖະກິດ ມີເງື່ອນໄຂໃນການຫັນວິກິດເປັນໂອກາດ ໃນການພັດທະນາ ແລະ ຟື້ນຟູເສດຖະກິດຂອງປະເທດເຮົາ ໃນເງື່ອນໄຂໂຄວິດ.
5) ສຳລັບການກະກຽມ ໃຫ້ແກ່ການຫຼຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ, ກອງປະຊຸມ ໄດ້ມອບໃຫ້ກະຊວງການຕ່າງປະເທດ ເປັນໃຈກາງສົມ ທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ກະກຽມສ້າງແຜນຍຸດທະສາດຂ້າມຜ່ານຂອງ ສປປ ລາວ ຮອດປີ 2026 ໃຫ້ສຳເລັດ, ທັງໃຫ້ສືບຕໍ່ໂຄສະນາ ແລະ ເຜີຍແຜ່ຂໍ້ມູນ ກ່ຽວກັບກາລະໂອກາດ, ຂັ້ນຕອນ, ຂະບວນການ ແລະ ຄວາມໝາຍຂອງການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ທັງຍົກໃຫ້ເຫັນສິ່ງທ້າທາຍດ້ານຕ່າງໆ ອັນເນື່ອງຈາກສະພາບແວດລ້ອມ ໃນຕົວ ແລະ ນອກຕົວ ເພື່ອໃຫ້ສັງຄົມ ຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງ ບົນພື້ນຖານນັ້ນ ເພື່ອຕື່ນຕົວເຂົ້່າຮ່ວມຂະບວນການຕ່າງໆ ທີ່ພັກ-ລັດ ວາງອອກດ້ວຍຄວາມເປັນເຈົ້າການ.
ວາລະທີ 2 ຂອງກອງປະຊຸມ ແມ່ນຜ່ານ ຮ່າງດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2022. ກອງປະຊຸມຕົກລົງເຫັນດີດ້ານຫຼັກການຮັບຮອງເອົາຮ່າງດຳລັດດັ່ງກ່າວ, ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງຄືນ ໃຫ້ມີເນື້ອໃນຮັດກຸມ, ຄົບ ຖ້ວນ ຕາມການປະກອບຄຳຄິດເຫັນຂອງກອງປະຊຸມ ກ່ອນທີ່ຈະສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງນາມປະກາດໃຊ້ ເພື່ອເປັນບ່ອນອີງໃຫ້ແກ່ຂະແໜງການ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດໃນຕ່ໍໜ້າ ໂດຍມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜັນຂະຫຍາຍຜົນຂອງກອງປະຊຸມ ອອກເປັນນິຕິກຳ ເຊັ່ນ: ມະຕິ ແລະ ແຈ້ງ ການ.
ພ້ອມດຽວກັນນັ້ນ, ອີງຕາມ ລະບຽບ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX ສະເໜີໃຫ້ບັນດາກະຊວງ ເຮັດໜ້າທີ່ເປັນເຈົ້າພາບໃນການປະ ສານສົມທົບ ຈັດຕັ້ງປະຕິບັດ ໜ້າວຽກທີ່ເປັນຂອງຕົວເອງ, ສ່ວນບັນດາກະຊວງ, ອົງການ ກ່ຽວ ຂ້ອງ ຕ້ອງເຄົາລົບການປະສານງານຂອງກະຊວງເຈົ້າພາບ; ສະເພາະວຽກຢູ່ອົງການປົກຄອງທ້ອງຖິ່ນ, ມອບໃຫ້ທ່ານ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ເປັນເຈົ້າພາບໃນການປະສານງານ ກັບບັນດາກະຊວງ ອົງການ ໃນການຈັດຕັ້ງປະຕິບັດວຽກງານຂອງຕົນ. ນອກຈາກນັ້ນ ໃຫ້ຖືເອົາການກວດກາ ປົກກະຕິພາຍໃນ ເປັນຫຼັກ, ສ່ວນການກວດກາສະເພາະ ແມ່ນຈັດຕັ້ງປະຕິບັດໃນກໍລະນີ ມີບັນຫາ.
ວາລະທີ 3 ແມ່ນພິຈາລະນາ ບົດສະຫຼຸບລາຍງານການຈັດຕັ້ງປະຕິບັດ ຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ແລະ ທິດ ທາງແຜນການໃນຕໍ່ໜ້າ. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງການສະຫຼຸບລາຍງານດັ່ງກ່າວ, ພ້ອມກັນນີ້ ໄດ້ຊີ້ນຳ ໃຫ້ທຸກຂະແໜງການ, ອົງການຂັ້ນສູນ ກາງ ຕະຫຼອດຮອດອົງການປົກ ຄອງທ້ອງຖິ່ນ ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕິດພັນກັບນະໂຍບາຍໃນຂົງເຂດຄວາມຮັບຜິດຊອບຕົນ ໃຫ້ເຂົ້າສູ່ລວງເລິກ ຢ່າງຕັ້ງໜ້າ ແລະ ໃຫ້ມີປະສິດທິຜົນສູງຂຶ້ນ ໂດຍຕ້ອງປະຕິບັດການແບ່ງຂັ້ນຄຸ້ມຄອງລະຫວ່າງກະຊວງ, ອົງການກັບແຂວງ, ລະຫວ່າງແຂວງກັບເມືອງ, ລະຫວ່າງເມືອງກັບບ້ານ ໃຫ້ເປັນລະບົບຈະແຈ້ງ ເປັນຮູບປະທຳ ທັງຮັບປະກັນຫຼັກການ ລວມສູນເປັນເອກະ ພາບ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມ 4 ເນື້ອໃນ, 4 ຄາດໝາຍ ແລະ ເອົາໃຈໃສ່ຊຸກຍູ້ຂະບວນການແຂ່ງຂັນຮັກຊາດພັດທະນາ ຕາມ 4 ດ້ານ: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ໃຫ້ຖືກກົດໝາຍ.
ສຳລັບວຽກນີ້ ລັດຖະບານ ຈະຈັດກອງປະຊຸມສະເພາະເພື່ອສະຫຼຸບຂະບວນການແຂ່ງຂັນຮັກຊາດພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງ ທີ່ຕິດພັນກັບການກໍ່ສ້າງຮາກຖານການເມືອງ ແລະ ລຶບລ້າງຄວາມທຸກຍາກ.
ພ້ອມກັນນີ້, ທ່ານ ນາຍົກລັດ ຖະມົນຕີ ໄດ້ຊີ້ນຳ ໃຫ້ແຕ່ລະຂະແໜງການ-ອົງການ ສືບຕໍ່ກວດກາບັນດານະໂຍບາຍ ກໍຄືນິຕິກໍາຕ່າງໆ ທີ່ໄດ້ປະກາດໃຊ້ແລ້ວ, ຖ້າເຫັນວ່າອັນໃດບໍ່ສອດຄ່ອງ ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນເງື່ອນໄຂໃໝ່ຕ້ອງໄດ້ຮີບຮ້ອນປັບປຸງ ແກ້ໄຂ ໃຫ້ທັນການ ຫຼື ນິຕິກຳໃດທີ່ຍັງບໍ່ທັນມີ ກໍໃຫ້ຮີບຮ້ອນສ້າງຂຶ້ນໃໝ່ ໂດຍຕ້ອງມີຄວາມສະດຸ້ງໄວ ຕາມທິດຫັນປ່ຽນຢ່າງແຂງແຮງ ເລິກເຊີ່ງຮອບດ້ານ ທັງຮັບ ປະກັນຄວາມໂປ່ງໃສ, ສະ ດວກ, ວ່ອງໄວ ສິ່ງທີ່ມີຄວາມສຳຄັນແມ່ນ ຂໍ້ມູນສະຖິຕິດ້ານຕ່າງໆ ທີ່ພົວພັນກັບໜ້າທີ່ການເມືອງຂອງຕົນ ຕ້ອງຮັບປະກັນໃຫ້ຖືກຕ້ອງ, ຊັດເຈນ ເພື່ອເປັນຖານຂໍ້ມູນໃນການວາງແຜນໃນແຕ່ລະໄລຍະ ແລະ ເປັນບ່ອນອີງທີ່ສໍາຄັນໃນການສົ່ງເສີມການລົງທຶນ ແລະ ການບໍລິ ການປະຕູດຽວ ໃຫ້ວ່ອງໄວຂຶ້ນ.
ຄຽງຄູ່ກັນນັ້ນ, ຍັງໄດ້ເນັ້ນໜັກໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນ ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໂດຍສະເພາະແມ່ນທິດທາງແຜນການປີ 2022 ຂອງລັດຖະບານໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຢູ່ໃນພາກສ່ວນຕົນ ດ້ວຍການຫັນເປັນແຜນປະຕິບັດຕົວຈິງຢ່າງລະອຽດ, ພ້ອມທັງສືບຕໍ່ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍຄືການແກ້ໄຂບັນຫາຢາເສບຕິດ ໃນປີ 2022 ໃຫ້ໄດ້ຮັບຜົນເປັນຢ່າງດີ.
ຂໍ້ມູນຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ