ສາຍພັນ ໂອໄມຄຣອດ ສາມາດເພິ່ມທະວີຄູນ ເປັນ 2 ເທົ່າ ທຸກໆ 2-4 ວັນ

ວັນທີ 22/12/2021 ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານ ໃຫ້ຊາບວ່າ: ປະຈຸບັນການລະບາດຂອງໂຄວິດ19 ໃນ ປະເທດຂອງພວກເຮົາກໍ່ຍັງມີລາຍງານການຕິດເຊື້ອສູງຢູ່ຄື ສະເລັ່ຍ 1000 ຄົນ ຕໍ່ວັນ, ກໍ່ຍັງສູງກ່ວາຄ່າສະເລັ່ຍຕິດເຊື້ອຂອງໃນໄລຍະ 7 ວັນຄືສູງກ່ວາ 500 ກໍລະນີຕໍ່ວັນ.
ນະຄອນຫຼວງວຽງຈັນ ກໍ່ຄືຫຼາຍໆນະຄອນ ແລະແຂວງຈຳນວນໜຶ່ງເຊັ່ນ: ຫຼວງພະບາງ, ບໍ່ແກ້ວ, ຫຼວງນ້ຳທາ, ອຸດົມໄຊ ແລະແຂວງວຽງຈັນຍັງມີລາຍງານຕົວເລກລາຍວັນສູງ.
ຄຽງຄູ່ກັນນັ້ນສະພາບການລະບາດທົ່ວໂລກແມ່ນຍັງມີທ່າອ່ຽງສູງຂື້ນໃນຫຼາຍປະເທດໃນທະວິບອາເມລິກາ ແລະຢູໂຣບ ເນື່ອງຈາກສານພັນໂອມິກຣອນ ຊຶ່ງເຮັດໃຫ້ລັດຖະບານຫຼາຍປະເທດ ອອກມາປະກາດບາງມາດຕະການທີ່ເຂັ້ມງວດຄືນເພື່ອສະກັດກັ້ນການລະບາດໃນຄັ້ງນີ້! ຕໍ່ໄປຂ້າພະເຈົ້າຂໍໃຫ້ຂໍ້ມູນໃໝ່ທີ່ນັກວິທະຍາສາດໄດ້ທ້ອນໂຮມມາໄດ້ຈາກຫຼາຍມູມທົ່ວໂລກມີດັ່ງນີ້: ເຊື້ອ omicron ສາມາດແຜ່ເຊື້ອ2-3ເທົ່າ ໄວກ່ວາສາຍພັນແດນຕາ, ເພາະເຫັນໄດ້ວ່າໂອມິກຣອນມາຮອດປະຈຸບັນສາມາດພົບເຫັນໃນຫຼາຍປະເທດທົ່ວໂລກ ແລະ ໃນເຂດທີ່ມີການລະບາດສາຍພັນກດັ່ງກ່າວແມ່ນກຳລັງຈະທົດແທນສາຍພັນກ່ອນໜ້າທີ່ ດ້ວຍຄຸນລັກສະນະພິເສດ ຂອງເຊື້ອທີ່ສາມາດເຂົ້າຫາຮ່າງກາຍໄດ້ໄວ ແລະ ສາມາດແຜ່ເຊື້ອໄດ້ໄວກ່ວາຫຼາຍເທົ້າເມື່ອເຂົ້າໃນຈຸລັງ. ມີຂໍ້ມູນພົບເຫັນວ່າ omicron ສາທາດເພີ້ມທະວີຄູນເປັນ2 ເທົ້າທຸກໆ2-4 ວັນ ຊຶ່ງສັ້ນກ່ວາສາຍພັນແດນຕາ. ດັ່ງນັ້ນ, ການສຶກສາທີ່ປະເທດອັງກິດຍັງພົບໃຫ້ເຫັນວ່າ omicron ແຜ່ໃນຄົວເຮືອນສູງເຖີງ 3.2 ເທົ້າເມື່ອສົມທຽບກັບສາຍພັນແດນຕາ ແລະ ຍັງຄາດຄະເນວ່າອັດຕາການຕິດເຊື້ອຄືນໃໝ່ກັບ ໂອມິກຣອນອາດຈະສູງເຖີງ 5 ເທົ້າເມື່ອສົມທຽບກັບສາຍພັນອື່ນໆ.
ກ່ຽວກັບການປ້ອງກັນດ້ວຍວັກຊິນນັ້ນນັກວິທະຍາສາດຍັງໄດ້ພົບເຫັນວ່າຖ້າຄົນເຮົາ ໄດ້ຮັບວັກຊິນຄົບແມ່ນຍັງສາມາດມີພູມປ້ອງກັນຕ້ານຕໍ່ສາຍພັນດັ່ງກ່າວ ແລະ ສຳຄັນທີ່ສຸດແມ່ນ ເຂັມກະຕຸ້ນຫຍີ່ງຈະເພີ້ມອັດຕາການປ້ອງກັນສູງຂື້ນຕື່ມ. ເຖີງຢ່າງໃດກໍ່ຕາມນັກວິທະຍາສາດກໍຍັງໄດ້ຕິດຕາມຄຸນລັກສະນະຂອງສາຍພັນດັ່ງກ່າວຢ່າງໄກ້ສິດ ແລະ ຖ້າມີຄວາມຄຶບໜ້າຂ້າພະເຈົ້າຈະມາຖະແຫຼງໃຫ້ທ່ານໄດ້ຮັບຊາບຕື່ມ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *