ສັ່ງຢຸດເຊົາຊົ່ວຄາວການດຳເນີນກິດຈະການໂຮງງານຕັດຫຍິບ ແລະ ໂຮງງານຜະລິດເກີບ ຍົກເວັ້ນໂຮງງານທີ່ນຳໃຊ້ສະເພາະກຳມະກອນ ຢູ່ຫໍພັກໃນຂອບເຂດໂຮງງານ.
ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ອອກແຈ້ງການເລກທີ 0323/ອຄ.ກອຫ, ນະຄອນຫຼວງວຽງຈັນ, ວັນທີ 26 ເມສາ 2021 ເຖິງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ, ປະທານສະມາຄົມອຸດສາຫະກໍາຕັດຫຍິບ ແຫ່ງຊາດລາວ, ຜູ້ອຳນວຍການໂຮງງານຕັດຫຍິບ ແລະ ໂຮງງານຜະລິດເກີບ ໃນຂອບເຂດທົ່ວປະເທດ ເລື່ອງຢຸດເຊົາຊົ່ວຄາວການດຳເນີນກິດຈະການໂຮງງານຕັດຫຍິບ ແລະ ໂຮງງານຜະລິດເກີບ ເພື່ອສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ 19 ໂດຍລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການດັ່ງນີ້:
1. ໃຫ້ໂຮງງານຕັດຫຍິບ ແລະ ໂຮງງານຜະລິດກີບ ຢຸດເຊົາຊົ່ວຄາວການດຳເນີນກິດຈະການໂຮງງານຈົນຮອດວັນທີ 5 ພຶດສະພາ 2021 ເພື່ອສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19, ຍົກເວັ້ນ
ໂຮງງານທີ່ນຳໃຊ້ສະເພາະກຳມະກອນ ຢູ່ຫໍພັກໃນຂອບເຂດໂຮງງານ.
2. ໃຫ້ໂຮງງານທີ່ສືບຕໍ່ດຳເນີນກິດຈະການໂຮງງານ ຫຼື ຢຸດເຊົາຊົ່ວຄາວ ສືບຕໍ່ປະຕິບັດມາດຕະການສະກັດກັ້ນ,
ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.
3. ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ ວັນທີ 27 ເມສາ 2021 ເປັນຕົ້ນໄປ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຈັດຕັ້ງປະຕິບັດ ຢ່າງເຂັ້ມງວດດ້ວຍ.
