ສັງຄົມເກີດຄຳຖາມ !! ກໍລະນີວັດໃກ້ຄຽງເປີດຮັບບໍລິຈາກ ເພື່ອຊ່ວຍເຫຼືອເຫດການລົດຕຳຈົວ.
ຈາກເຫດການລົດຕຳຈົວ ແລ້ວຫຼົບໜີ ລະໄປເກີດອຸບັດຕິເຫດຕຳສົ້ນຂົວ ທາງວັດບ້ານແຈ້ງສະຫວ່າງໄດ້ລະດົມທຶນ ແຕ່ວ່າວັດນັ້ນບໍ່ແມ່ນວັດທີ່ຈົວທັງສອງຢູ່ ແຕ່ພັດວ່າເປັນວັດທີ່ຢູ່ໃກ້ຄຽງລະດົມທຶນຫາຄ່າປິ່ນປົວຈົວທັງສອງ (ຈົວທັງສອງແມ່ນຢູ່ວັດ ໂພນແລ).
ຕາມການລາຍງານທາງເພຈວັດບ້ານແຈ້ງສະຫວ່າງ ໄດ້ລະບຸວ່າລະດົມໄດ້ 20 ລ້ານ ຈາກນັ້ນທາງວັດກໍ່ນຳເງິນ 10 ລ້ານໄປມອບໃຫ້ທາງວັດໂພນແລ ແລະ “ຫັກເອົາ 10 ລ້ານ” ໂດຍບໍ່ລະບຸຈຸດປະສົງ ຫຼັງທາງວັດໂພນແລໄດ້ຮັບເງິນກໍ່ນຳເງິນໄປມອບໃຫ້ຈົວທັງສອງອົງລະ 3 ລ້ານ ໄວ້ເປັນຄ່າໃຊ້ຈ່າຍໃນການປິ່ນປົວ ສ່ວນອີກ 4 ລ້ານແມ່ນຈະມອບໃຫ້ຫຼັງຈາກອອກໂຮງໝໍ.
ການເປີດຮັບບໍລິຈາກດັ່ງກ່າວ ແມ່ຈົວທັງສອງອົງບໍ່ຮູ້ເລື່ອງຫຍັງນຳ ບໍ່ມີການຕິດຕໍ່ມາຫາໃດໆ ເປັນການຕັດສິນໃຈຂອງວັດເອງເພື່ອຮັບບໍລິຈາກຢາກຊ່ວຍເຫຼືອຈົວທັງສອງ.
ຈາກຂ່າວດັ່ງກ່າວ ເຮັດໃຫ້ສັງຄົມເກີດຂໍ້ສົງໃສ ກ່ຽວກັບການບໍລິຈາກ ຕໍ່ວັດດັ່ງກ່າວທີ່ເປີດຮັບບໍລິຈາກ ແລະ ສັງຄົມກໍໄດ້ໃຫ້ຄໍາຄິດເຫັນວ່າ: “ກ່ຽວຫຍັງກັບວັດໃກ້ຄຽງ, ເປັນຫຍັງຕ້ອງຫັກເຂົ້າວັດ, ຫັກເງິນເຂົ້າວັດໂດຍບໍ່ບອກຈຸດປະສົງ ແລະ ອື່ນໆ”.
ອ່ານເພີ່ມເຕີມ: https://bit.ly/3ANLLpA