ສະຫວັນນະເຂດ​ ອອກຄຳສັ່ງເພີ່ມເຕີມກ່ຽວມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19​

ໃນວັນທີ​ 30​ ສິງຫາ​ 2021​ ເຈົ້າແຂວງ​ສະຫວັນນະເຂດ​ໄດ້ອອກຄຳສັ່ງເພີ່ມຕື່ມ​ ວ່າດ້ວຍການ​ປ້ອງກັນ​ ຄວບຄຸມ​ ແລະ​ ແກ້ໄຂການລະບາດຂອງພະຍາດໂຄວິດ-19​ ຢູ່ນະຄອນ​ ໄກສອນ​ພົມວິຫານ​ ເນື່ອງຈາກປັດຈຸບັນນີ້ຍັງມີທ່າອ່ຽງການລະບາດເພີ່ມຂື້ນໃນແຕ່ລະວັນດັ່ງນັ້ນ, ເຈົ້າແຂວງສະຫວັນນະເຂດ ຈຳເປັນຕ້ອງອອກຄໍາສັ່ງເພີ່ມເຕີມດັ່ງນີ້:
1.​ ໃຫ້ທຸກພາກສ່ວນເອົາໃຈໃສ່ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຄຳສັ່ງສະບັບເລກທີ 15/ນຍ, ລົງວັນທີ 21​ ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ຕ້ານພະຍາດໂຄວິດ-19 ແລະ ຄໍາສັ່ງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ເລກທີ 1443/ຈຂ.ສຂ, ລົງວັນທີ 23 ສິງຫາ 2021 ຢ່າງເຂັ້ມງວ
2.​ ຫ້າມບຸກຄົນໃນນະຄອນ, ບຸກຄົນຕ່າງແຂວງ ແລະ ຕ່າງເມືອງເດີນທາງເຂົ້າ-ອອກນະຄອນໄກສອນພົມວິຫານ, ຖ້າມີຄວາມຈຳເປັນ ແມ່ນຕ້ອງໄດ້ຂໍອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ.​
3.​ ຫ້າມບໍ່ໃຫ້ເດີນທາງສັນຈອນໄປ-ມາ ພາຍໃນນະຄອນໄກສອນພົມວິຫານ ນັບແຕ່ເວລາ 19:00 ໂມງ ຂອງແຕ່ລະວັນຈົນເຖິງ ເວລາ 05:00 ໂມງ ຂອງວັນຖັດໄປ, ຍົກເວັ້ນກໍລະນີເຈັບເປັນ ແລະ ເສຍຊີວິດ, ເຫດການສຸກເສີນຈ່າເປັນ ແລະ ຜູ້ໄປເກັບຕົວຢ່າງເພື່ອກວດກາເຊື້ອໂຕວິດ-19.​
4. ຫ້າມບຸກຄົນທີ່ສໍາພັດໃກ້ສິດກັບຜູ້ຕິດເຊື້ອ (ບຸກຄົນທີ1) ແລະ ສໍາພັດຫ່າງ (ບຸກຄົນທີ່ 2 ແລະ 3) ທີ່ໄດ້ຖືກເກັບຕົວຢ່າງເພື່ອກວດເຊື້ອໂຄວິດ-19 ເດີນທາງອອກຈາກຄອບຄົວ ໃນໄລຍະລໍຖ້າຜົນກວດ ຫຼື ຖ້າຜົນກວດມາເປັນລົບຕ້ອງສືບຕໍ່ກັກຕົນເອງຢູ່ເຮືອນ ຫຼື ໂຮງແຮມທີ່ຄະນະສະເພາະກິດກໍານົດໃຫ້ຄົບ 14 ວັນ.​
5. ຫ້າມບໍ່ໃຫ້ຜູ້ທີ່ຕິດເຊື້ອ ແລະ ຜູ້ທີ່ສໍາພັດກັບຜູ້ຕິດເຊື້ອປິດບັງທາມລາຍ ຫຼື ໃຫ້ຂໍ້ມູນການເຄື່ອນໄຫວຂອງຕົນທີ່ບໍ່ເປັນຄວາມຈິງ ທີ່ນຳໄປສູ່ການແຜ່ລະບາດພະຍາດໃນຊຸມຊົນຢ່າງເດັດຂາດ.​
6. ຫ້າມຈັດງານບຸນປະເພນີຕ່າງໆພາຍໃນວັດ, ບ້ານ, ເຮືອນ ແລະສະຖານທີ່ອື່ນໆ ຍົກເວັ້ນກໍລະນີເສຍຊີວິດ ທີ່ບໍ່ແມ່ນຍ້ອນສາເຫດພະຍາດໂຄວິດ-19 ແຕ່ຕ້ອງມີມາດຕະການປ້ອງກັນທີ່ເຂັ້ມງວດ ເຊັ່ນ: ກໍານົດຈໍານວນບໍ່ເກີນ 10 ຄົນການຈັດໄລຍະຫ່າງ, ການໃສ່ຜ້າອັດປາກດັງ, ການຈັດໃຫ້ມີເຈວລ້າງມື, ການຄົບງັນແບບລຽບງ່າຍມີຄວາມປອດໄພບໍ່ຢູ່ໃນງານດົນເກີນໄປ, ບໍ່ໃຫ້ມີການຈັດໂຕະກິນດື່ມຮ່ວມກັນພາຍໃນງານ ແລະ ການສົ່ງສະການທີ່ສາມາດຈັດໄລຍະຫ່າງໄດ້.​
7. ຫ້າມເປີດຮ້ານຂາຍເຄື່ອງຍ່ອຍ, ຮ້ານອາຫານທຸກປະເພດ, ຮ້ານຂາຍຂອງກິນສຸກ, ຂາຍເລກແຄມທາງ ແລະພາຍໃນບ້ານຢ່າງເດັດຂາດ.​
8. ໃຫ້ບັນດາທະນາຄານ ຫລື ສາຂາ ທີ່ຕັ້ງຢູ່ນະຄອນໄກສອນພົມວິຫານ ຫຼຸດຈຳນວນພະນັກງານປະຈໍາການ ແລະ ຈັດສະຖານທີ່ພັກເຊົາ ໃຫ້ພະນັກງານທີ່ໄປປະຈຳຢູ່ໜ່ວຍບໍລິການຕາມເມືອງຕ່າງໆ ເພື່ອຫລີກເວັ້ນການເດີນທາງເຂົ້າ-ອອກນະຄອນໄກສອນພົມວິຫານ.
9. ໃຫ້ຂົນສົ່ງສິນຄ້າຕ່າງເມືອງ ແລະ ຕ່າງແຂວງປະເພດອຸປະໂພກ ແລະ ບໍລິໂພກປະຈຳວັນ, ອຸປະກອນການແພດ
ແລະ ຢາປິ່ນປົວພະຍາດຂອງບໍລິສັດນໍາເຂົ້າ-ສົ່ງອອກພາຍໃນນະຄອນໄກສອນພົມວິຫານ ໂດຍໃຫ້ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດດັ່ງນີ້: ຈໍານວນຄົນຂົນສົ່ງສິນຄ້າ 2 ຄົນຕໍ່ຄັນ, ພະນັກງານຂົນສົ່ງຕ້ອງໄດ້ຮັບວັກຊິນຄົບໂດສ໌, ນຳໃຊ້ລົດຂົນສົ່ງໂດຍສະເພາະ​ (ຫ້າມໃຊ້ລົດໂດຍສານຂົນສົ່ງສິນຄ້າ) ຈັດຈຸດຄ່ຽນຖ່າຍສິນຄ້າ, ຈັດວິທີການແຈກຢາຍສິນຄ້າທີ່ມີໄລຍະຫ່າງ ມີຜ້າອັດປາກ-ດັງ, ເຫຼົ້າລ້າງມື ແລະ ອື່ນໆ ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງສົມທົບກັບບັນດາບໍລິສັດພາຍໃນແຂວງ ສ້າງແຜນຂົນສົ່ງສິນຄ້າເພື່ອນຳສະເໜີຂໍອະນຸຍາດຄະນະສະເພາະກິດຂອງແຂວງ ພ້ອມທັງຕິດຕາມກວດກາການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຂອງທຸກບໍລິສັດຢ່າງເຂັ້ມງວດ.​
10. ໃຫ້ພະນັກງານລັດຖະກອນ ແລະ ພະນັກງານບໍລິສັດ ເຮັດວຽກຢູ່ເຮືອນຂອງຕົນເອງ, ຍົກເວັ້ນຄະນະສະເພາະກິດ​ ແລະ ແພດ-ໝໍ, ກຳລັງປກຊ, ປກສ ທີ່ປະຕິບັດພາລະກິດໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.
11. ໃຫ້ບັນດາເມືອງຕ່າງໆ ກະກຽມໂຮງໝໍພາກສະຫນາມ ເພື່ອຮອງຮັບການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ບໍ່ສະແດງອາການ ແລະ ມີອາການບໍ່ຮຸນແຮງຢ່າງຮີບດ່ວນ ເພື່ອຊ່ວຍຫລຸດຜ່ອນການຂົນສົ່ງໄປ-ກັບ, ທັງແບ່ງເບົາ​ ແລະ ຫລຸດຜ່ອນພາລະອັ່ງອໍຢູ່ໂຮງໝໍໃນນະຄອນໄກສອນພົມວິຫານ​ ແລະ​ ມາດຕະການ​ອື່ນໆ​ ລາຍລະອຽດທ່ານສາມາດອ່ານຕາມແຈ້ງການລຸ່ມນີ້

 

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *