ເນື່ອງຈາກສະພາບການລະບາດພະຍາດໂຄວິດ-19 ໃນຊຸມຊົນ ຂອງນະຄອນໄກສອນພົມວິຫານ ນັບແຕ່ວັນ
ທີ 2 ສິງຫາ 2021 ມາເຖິງປະຈຸບັນນີ້ ມີຈໍານວນເພີ່ມຂຶ້ນເຖິງ 80 ກໍລະນີ, ກວມເອົາ 24 ບ້ານ ເຊິ່ງສະພາບການ
ລະບາດຂອງພະຍາດດັ່ງກ່າວມາຮອດປະຈຸບັນແມ່ນຍັງບໍ່ສາມາດຢູ່ໃນການຄວບຄຸມໄດ້ ແລະ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະວັນ ແລະ ເປັນປັດໃຈສ່ຽງສູງຕໍ່ການແຜ່ລະບາດອອກໄປສູ່ວົງກວ້າງພາຍໃນນະຄອນໄກສອນພົມວິຫານ ແລະ ເມືອງອ້ອມຂ້າງໃນທົ່ວແຂວງສະຫວັນນະເຂດ. ດັ່ງນັ້ນ, ເຈົ້າແຂວງສະຫວັນນະເຂດ ຈໍາເປັນຕ້ອງອອກຄຳສັ່ງສືບຕໍ່ປະຕິບັດມາດຕະການການປ້ອງກັນດັ່ງນີ້:
1. ຫ້າມບຸກຄົນເດີນທາງເຂົ້າອອກທ້ອງຖິ່ນ ເຂດທີ່ມີການຕິດເຊື້ອ, ຍົກເວັ້ນຜູ້ທີ່ໄດ້ຮັບການອະນຸຍາດ.
2. ຫ້າມສັນຈອນໄປມາພາຍໃນນະຄອນໄກສອນພົມວິຫານ ຫຼັງຈາກເວລາ 20:00 ໂມງແລງ ຂອງແຕ່ລະວັນ-ໄປຈົນເຖິງເວລາ 05:00 ໂມງເຊົ້າ ຂອງວັນຖັດໄປ.
3. ຫ້າມບຸກຄົນທີ່ສຳພັດໃກ້ຊິດຜູ້ຕິດເຊື້ອທີ່ຢູ່ໃນໄລຍະກັກກັນບໍ່ຄົບ 14 ວັນເດີນທາງໄປຕ່າງບ້ານ, ຕ່າງເມືອງຢ່າງເດັດຂາດ.
4. ຫ້າມຈັດກອງປະຊຸມ, ໂຮມຊຸມນຸມ ຫຼື ກິດຈະກໍາຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 10 ຄົນ.
5. ສືບຕໍ່ໂຈະການຮຽນ-ການສອນຊົ່ວຄາວ ໃນຂອບເຂດທົ່ວນະຄອນໄກສອນພົມວິຫານ.
6. ໃຫ້ສືບຕໍ່ປິດກິດຈະການຊົ່ວຄາວໃນຂອບເຂດນະຄອນໄກສອນພົມວິຫານ.
7. ຫ້າມບັນດາບຸກຄົນ, ນິຕິບຸກຄົນ ກັກຕຸນ ແລະ ຂຶ້ນລາຄາສິນຄ້າທຸກປະເພດເປັນຕົ້ນ: ຜ້າປິດປາກ-ດັງ, ນ້ຳ
ຢາລ້າງມື, ຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ອາຫານ, ນ້ຳດື່ມ ແລະ ເຄື່ອງອຸປະໂພກ-ບໍ ລິໂພກອື່ນໆ.
8. ສືບຕໍ່ໂຈະການຂົນສົ່ງໂດຍສານລະຫວ່າງນະຄອນໄກສອນພົມວິຫານກັບບັນດາເມືອງຕ່າງໆໃນທົ່ວແຂວງ ແລະ ບັນດາແຂວງຕ່າງໆໃນທົ່ວປະເທດ ແລະ ມາດຕະການອື່ນໆຕື່ມອີກ.