ສະພາບເສັ້ນທາງ ແຕ່ແຂວງອຸດົມໄຊ ອອກໄປແຂວງຫລວງນໍ້າທາ ຕາມເສັ້ນທາງຫລວງແຫ່ງຊາດ ຍັງມີຄວາມຫຍຸ້ງຍາກຫລາຍ ເນື່ອງຈາກຝົນຕົກໃນວັນທີ 3-4 ກັນຍາ 2022 ຜ່ານມາ ເຮັດໃຫ້ມີດິນເຈື່ອນລົງມາແຕ່ເທິງພູ ເຮັດໃຫ້ທາງມື່ນ.
ຫລ້າສຸດ ວັນທີ 5 ກັນຍາ 2022 ນີ້ມີລາຍງານການ ເກີດອຸບັດເຫດລົດບັນທຸກປິ້ນຢູ່ເສັ້ນທາງ ຫລັກ 23 ເມືອງນາໝໍ້ແຂວງອຸດົມໄຊ ເນື່ອງຈາກສະພາບເສັ້ນທາງມື່ນ.
ຂໍໃຫ້ທຸກທ່ານທີ່ໃຊ້ເສັ້ນທາງດັ່ງກ່າວຈົ່ງລະມັດລະວັງ ຖ້າບໍ່ຈຳເປັນໃຫ້ຫລີກເວັ້ນໃຊ້ເສັ້ນທາງອື່ນ ຫລື ຢຸດການເດີນທາງໄລຍະໜຶ່ງກ່ອນ ຫຼື ສຶກສາສະພາບເສັ້ນທາງ ແລະ ພະຍາກອນອາກາດ ກ່ອນອອກເດີນທາງ.
ພາບ-ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດ
