ສະພາບອາກາດອາທິດນີ້ ອຸຕຸເຕືອນເຝົ້າລະວັງຝົນຕົກໜັກ ແລະ ດິນເຈື່ອນ ລະຫວ່າງວັນທີ 23 ຫາ 29 ພຶດສະພາ 2022 ນີ້

ສະພາບອາກາດອາທິດນີ້ ອຸຕຸເຕືອນເຝົ້າລະວັງຝົນຕົກໜັກ ແລະ ດິນເຈື່ອນ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ປະຈຳອາທິດລະຫວ່າງວັນທີ 23 ຫາ 29 ພຶດສະພາ 2022 ນີ້ ໂດຍມີຄໍາເຕືອນໃຫ້ເຝົ້າລະວັງສະພາບຝົນຕົກຟ້າຮ້ອງ-ຟ້າເຫຼື້ອມ ແລະ ດິນເຈື່ອນໃນໄລຍະວັນທີ 23 ຫາ 25 ພຶດສະພານີ້ ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ຈະພາດຜ່ານຢູ່ແຂວງພາກເໜືອ ແລະ ພາກກາງ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ຊື່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖີ່ນໃນແຕ່ລະພາກ.
ຈາກນັ້ນໃນວັນທີ 26 ຫາ 29 ພຶດສະພາ 2022 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຍັງສືບຕໍ່ພັດປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ ຊື່ງຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນໃນແຕ່ລະພາກຕື່ມອີກ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ຟ້າຮ້ອງ-ຟ້າເຫຼື້ອມ, ຟ້າຜ່າ ແລະ ດິນເຈື່ອນ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາ ຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ, ສໍາລັບຜູ້ທີ່ອາໄສຢູ່ແຂວງພາກເໜືອ ແລະ ພາກກາງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ ແລະ ນໍ້າຖ້ວມຊູ ເນື່ອງຈາກຈະມີຝົນຕົກຕິດຕໍ່ກັນຫຼາຍວັນ ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈຳ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *