ສະພາບອາກາດອາທິດນີ້ຍັງເຢັນ ຫາ ໜາວເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 3 ຫາ 9 ມັງກອນ 2022 ວ່າ: ໃນໄລຍະໜຶ່ງອາທິດຕໍ່ໜ້າວັນທີ 3 ຫາ 9 ມັງກອນນີ້ ມວນອາກາດໜາວເຢັນຈາກປະເທດຈີນຈະມີກຳລັງແຮງເພີ່ມຂຶ້ນ ຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກເລັກນ້ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ ແລະ ອາກາດຈະໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ. ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:
ພາກເໜືອດ້ານຕາເວັນອອກ: ໃນໜຶ່ງອາທິດຕໍ່ໜ້າ ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກຄ່ອຍຢູ່ບາງທ້ອງຖິ່ນເລັກນ້ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ແຂວງ ຜົ້ງສາລີ ແລະ ຫົວພັນ ອຸນຫະພູມລະຫວ່າງ 8-21 ອົງສາ.


ພາກເໜືອດ້ານຕາເວັນຕົກ: ໃນໜຶ່ງອາທິດຕໍ່ໜ້າ ອາກາດຈະໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມໃນຕອນເຊົ້າ ໂດຍສະເພາະຢູ່ເຂດພູສູງ ແລະ ຮ່ອມພູ ແລະ ຈະມີຝົນຕົກຄ່ອຍ ຢູ່ບາງທ້ອງຖີ່ນ ອຸນຫະພູມລະຫວ່າງ 10-31 ອົງສາ.
ພາກກາງ: ໃນໜຶ່ງອາທິດຕໍ່ໜ້າ ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາຕອນເຊົ້າ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ ອຸນຫະພູມລະຫວ່າງ 16-32 ອົງສາ, ສຳລັບແຂວງໄຊສົມບູນອາກາດໜາວເຢັນ ຫາ ໜາວຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ອຸນຫະພູມລະຫວ່າງ 7-23 ອົງສາ.
ພາກໃຕ້: ໃນໜຶ່ງອາທິດຕໍ່ໜ້າ ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກເລັກນ້ອຍ ຢູ່ບາງທ້ອງຖີ່ນ. ອຸນຫະພູມລະຫວ່າງ 17-32 ອົງສາ, ສຳລັບເຂດພູພຽງບໍລະເວນອາກາດຈະໜາວເຢັນ ຫາ ໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກຄ່ອຍເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມລະຫວ່າງ 7-23 ອົງສາ.
ນະຄອນຫຼວງວຽງຈັນ: ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີລົມພັດແຮງ ເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມລະຫວ່າງ 17-30 ອົງສາ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *