ປະກາດ ຈາກສະຖານີຂົນສົ່ງ ໂດຍສານສາຍໃຕ້ ໃນ ວັນທີ 5 ມິຖຸນາ 2021 ຈະໄດ້ ປິດບໍລິການຊົ່ວຄາວແບບບໍ່ມີກຳນົດ ໂດຍເນື້ອຫາການປະກາດ ມີດັ່ງຕໍ່ໄປນີ້ :
– ອີງຕາມຄຳສັ່ງສະບັບເລກທີ 595 ລົງວັນທີ 4/6/2021 , ທີ່ອະນຸຍາດໃຫ້ສະເພາະ ຜູ້ໂດຍສານທີ່ສັກວັກຊີນ ຄົບ 2 ເຂັມ ເທົ່ານັ້ນທີ່ສາມາດເດີນທາງ ແຂວງ ຕໍ່ ແຂວງໄດ້.
– ອີງຕາມການການກວດກາຕົວຈີງໃນມື້ນີ້ເຫັນວ່າ ຜູ້ໂດຍສານສ່ວນໃຫ່ຍແມ່ນບໍ່ໄດ້ຮັບການສັກວັກຊີນຄົບຕາມແຈ້ງການທີ່ລະບຸໄວ້.
ເຊີ່ງພາຍໃຕ້ ຂໍ້ກຳນົດດັ່ງກ່າວທາງຄິວລົດຂອງພວກເຮົາບໍ່ສາມາດເປີດດຳເນີນກິດຈະການໄດ້, ສະນັ້ນ ທາງສະຖານີຈື່ງ ຂໍປິດບໍລິການຊົ່ວຄາວແບບບໍ່ມີກຳນົດໄປຕື່ມອີກ ຈົນກວ່າຈະມີການຜ່ອນຜັນ ມາດຕະການຕ່າງໆ ໃຫ້ຫລາຍກວ່ານີ້ ແລະ ຂໍແຈ້ງມາຍັງຜູ້ໂດຍສານທຸກໆທ່ານເພື່ອຊາບ ແລະ ຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ. ຫວັງຢ່າງຍິ່ງວ່າຈະໄດ້ເປີດຮັບໃຊ້ບໍລິການທຸກໆທ່ານໃນໄວໄວນີ້.
