ສປປ ລາວ ມີຜູ້ຕິດເຊື້ອໂຄວິດອາກາດໜັກ 10 ກໍລະນີ ແລະ ມີຜູ້ຕິດເຊື້ອເປັນແມ່ຍິງຖືພາ 77 ກໍລະນີ, ເດັກນ້ອຍ 241 ກໍລະນີ
ຈາກການລາຍງານຂອງ ດຣ ສົມມະນາ ລັດຕະນະ ຮອງຫົວໜ້າກົມປິ່ນປົ່ວ ແລະ ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ ໃນພິທີຖະແຫຼງຂ່າວການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 8 ສິງຫາ 2021 ວ່າ: ຮອດປັດຈຸບັນຈໍານວນຄົນເຈັບເຂົ້າໂຮງໝໍສະສົມ 7.904 ກໍລະນີ (ສູນກາງ 1.476 ກໍລະນີ, ແຂວງ 6.428 ກໍລະນີ).ໃນນີ້, ຄົນເຈັບກໍາລັງປິ່ນປົວມີທັງໝົດ 4.090 ກໍລະນີ, ຍິງ 2.239 ກໍລະນີ, ຕ່າງປະເທດ 3 ກໍລະນີ.ໃນນີ້, ຢູ່ສູນກາງ: 435 ກໍລະນີ, ຍິງ 190 ກໍລະນີ, ຕ່າງປະເທດ 1 ກໍລະນີ (ຈີນ) ແລະ ຢູ່ແຂວງ 3.655 ກໍລະນີ, ຍິງ 2.049 ກໍລະນີ, ຕ່າງປະເທດ 2 ກໍລະນີ (ຈີນ).
ມີແມ່ຍິງຖືພາ 77 ກໍລະນີ, ສູນກາງ 7 ກໍລະນີ, ແຂວງ 70 ກໍລະນີ (ຄໍາມ່ວນ 4, ຄຳມ່ວນ ໂຮງໝໍທະຫານແຂວງ 2, ສະຫວັນນະເຂດ 6, ສະຫວັນນະເຂດ ໂຮງໝໍໂຄວິດ 39, ຈໍາປາສັກໂພນທອງ 7, ຈຳປາສັກກາງເງີນ 2, ສາລະວັນ 2, ສາລະວັນ ໂຮງໝໍສະໜາມ 8 ກໍລະນີ).
ເດັກນ້ອຍ 241 ກໍລະນີ, ສູນກາງ 24, ແຂວງ 217 (ໄຊຍະບູລີ 3, ຄໍາມ່ວນ 7, ຄຳມ່ວນ ໂຮງໝໍທະຫານ 5, ສະຫວັນນະເຂດ 21, ສະຫວັນນະເຂດ ໂຮງໝໍໂຄວິດ 103, ສະຫວັນນະເຂດໂຮງງານອັບເກນ 42, ຈຳປາສັກ ໂພນທອງ 1, ຈຳປາສັກ ການເງີນ 8, ສາລະວັນໂຮງໝໍສະໜາມ 27 ກໍລະນີ).
ຜູ້ສູງອາຍຸ (>65 ປີ): 5 ກໍລະນີ, ສູນກາງ 1 (ມິດຕະພາບ), ແຂວງ 4 (ວຽງຈັນ 1, ສະຫວັນນະເຂດໂຮງງານອັບເກນ 1, ຈຳປາສັກໂພນທອງ 1, ສາລະວັນ ພາກສະໜາມ 1)
ປັດຈຸບັນມີ ເຈັບໜັກ 10 ກໍລະນີ ຢູ່ສູນກາງ 1 (ມິດຕະພາບ), ແຂວງ 9 (ຄຳມ່ວນ 1, ສະຫວັນນະເຂດ ໂຮງໝໍໂຄງວິດ 2, ຈຳປາສັກ ໂພນທອງ 5, ສາລະວັນ 1); ເຈັບປານກາງ 11 ກໍລະນີ, ສູນກາງ 5 (ມິດຕະພາບ 4, 103: 1), ແຂວງ 6 (ຄຳມ່ວນ 1, ຈຳປາສັກໂພນທອງ 2, ສາລະວັນ 1, ສາລະວັນໂຮງໝໍສະໜາມ 2) ແລະ ເຈັບເບົາບາງ 4.069 ກໍລະນີ (ສູນກາງ 429 ກໍລະນີ, ແຂວງ 3.640 ກໍລະນີ); ເສຍຊີວິດສະສົມ 8 ຄົນ (ສູນກາງ 4, ແຂວງ 4) ແລະ ປິ່ນປົວຫາຍດີສະສົມ 3.806 ກໍລະນີ (ສູນກາງ 1.037 ກໍລະນີ, ແຂວງ 2.769 ກໍລະນີ)
