ສປປ ລາວ ຕ້ອງການເງິນຕາຕ່າງປະເທດ 1.200 ລ້ານໂດລາ/ປີ ເພື່ອຊື້ນໍ້າມັນເຊື້ອໄຟ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລາຍງານຄວາມຄືບໜ້າການແກ້ໄຂບັນຫານໍ້າມັນເຊື້ອໄຟ ແລະ ຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 23 ມິຖຸນາ 2022 ວ່າ:

ນັບແຕ່ວັນທີ 1 ຫາ 21 ມິຖຸນາ 2022, ລັດຖະບານໄດ້ສະໜອງເງິນຕາໃຫ້ວິສາຫະກິດນໍ້າມັນເຊື້ອໄຟແລ້ວ 102 ລ້ານໂດລາສະຫະລັດ ເພື່ອແກ້ໄຂບັນຫາການຂາດເຂີນນໍ້າມັນເຊື້ອໄຟໃນທົ່ວປະເທດ ແລະຕອບສະໝອງຄວາມຕ້ອງການຊົມໃຊ້ສັງຄົມໃຫ້ພຽງພໍ.

ລັດຖະບານສາມາດແກ້ໄຂບັນຫາການຂາດ ເຂີນນໍ້າມັນໄດ້ໂດຍພື້ນຖານ ໂດຍນໍາເຂົ້ານໍ້າມັນເຊື້ອໄຟແລ້ວຫລາຍກວ່າ 60 ລ້ານລິດ ໃນນີ້ກາຊວນ 40 ກວ່າລ້ານລິດກວມ 75%ຂອງການນໍາເຂົ້ານໍ້າມັນທັງໝົດ ແລະ ມາຮອດປັດຈຸບັນເຫັນວ່າການບໍລິການນໍ້າມັນໃນເຂດຕົວເມືອງຄ່ອງຕົວຫລາຍຂື້ນ ແລະຈະສືບຕໍ່ຊຸກຍູ້ໃຫ້ຜູ້ປະກອບການທຸລະກິດນໍ້າມັນເຊື້ອໄຟກະ ຈາຍນໍ້າມັນສູ່ເຂດຊົນນະບົດຫ່າງໄກສອກຫລີກຢ່າງທົ່ວເຖິງ.
ສປປ ລາວ ເປັນປະເທດນໍາເຂົ້ານໍ້າມັນ 100% ແລະ ສະເລ່ຍການນໍາໃຊ້ນໍ້າມັນເຊື້ອໄຟ 100-120 ລ້ານລິດຕໍ່ເດືອນ ຫລື 1.200 ລ້ານລິດຕໍ່ປີ. ເມື່ອກ່ອນຊື້ ນໍ້າມັນພຽງແຕ່ 600-700 ລ້ານໂດລາສະຫະລັດ ກໍສາມາດຕອບສະໜອງໄດ້ຢ່າງພຽງພໍກັບຄວາມຕ້ອງ ການນໍາໃຊ້ໃນທົ່ວປະເທດຕໍ່ປີ.

ປັດຈຸບັນ ຈາກການປັບຂື້ນລາຄານໍ້າມັນຂອງຕະຫລາດໂລກ 1 ໂດລາສະຫະລັດ ສາມາດຊື້ນໍ້າມັນໄດ້ພຽງ 1 ລິດ ສະນັ້ນເຮັດໃຫ້ລາວຕ້ອງການເງິນຕາເພື່ອຊື້ນໍ້າມັນເຊື້ອໄຟມາບໍລິການຮັບໃຊ້ສັງຄົມເຖິງ 1.200 ລ້ານໂດລາສະຫະລັດຕໍ່ປີເຮັດໃຫ້ຄວາມຕ້ອງການເງິນຕາຕ່າງປະເທດຫລາຍຂຶ້ນ ສ້າງຄວາມຫຍຸ້ງຍາກໃນການຊອກຫາເງິນຕາຕ່າງປະເທດ ຊຶ່ງສົ່ງຜົນກະທົບຕໍ່ອັດຕາແລກປ່ຽນ ໂດຍສະເພາະອັດຕາແລກປ່ຽນຂອງທະນາຄານແຫ່ງຊາດ ແລະອັດຕາແລກປ່ຽນທີ່ກຳນົດນົດໄວ້ໃນທະນາ ຄານທຸລະກິດ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *