ເຕືອນ “ກ່ອງສຸ່ມ” ອາດເຂົ້າຄ່າຍສໍ້ໂກງ ຫາກສິນຄ້າບໍ່ເໝາະສົມກັບລາຄາ ທີ່ເສຍເງິນຊື້ “ນະເພື່ອນນະ”

ກ່ອງສຸ່ມເຈົ້າບັນຫາ ປະຈຸບັນບັນດາຜູ້ປະກອບການທຸລະກິດຫຼາຍໆທ່ານໄດ້ຫັນມາໃຊ້ກົນລະຍຸດການຕະຫຼາດສະໄໝໃໝ່ທີ່ເອີ້ນວ່າ “ກ່ອງສຸ່ມ”. ອະທິບາຍງ່າຍໆກໍຄື: ລູກຄ້າຈ່າຍເງິນຊື້ສິນຄ້ານຳຮ້ານຄ້າຕ່າງໆໂດຍທີ່ບໍ່ຮູ້ວ່າຕົນເອງຈະໄດ້ຮັບສິນຄ້າປະເພດໃດ.

ການເລືອກສິນຄ້າຕ່າງໆນັ້ນແມ່ນຂຶ້ນກັບຜູ້ຂາຍເຊິ່ງຈະເລືອກສິນຄ້າຕ່າງໆທີ່ເໝາະສົມ ແລະ ສົມເຫດສົມຜົນກັບເງິນທີ່ລູກຄ້າຈ່າຍໄປນັ້ນໃຫ້ແກ່ລູກຄ້າ. ຖ້າຫາກວ່າເມື່ອໄດ້ຮັບກ່ອງສຸ່ມແລ້ວ

ລູກຄ້າໄດ້ຮັບສິນຄ້າທີ່ຢູ່ໃນກ່ອງນັ້ນມີມູນຄ່າເໝາະສົມ ຫຼື ຫຼາຍກວ່າເງິນທີ່ຈ່າຍໄປກໍຄົງຈະບໍ່ມີບັນຫາຫຍັງ. ແຕ່ຖ້າໃນກໍລະນີທີ່ມູນຄ່າສິນຄ້າໃນກ່ອງດັ່ງກວ່າຕໍ່າກວ່າມູນຄ່າຂອງກ່ອງສຸ່ມທີ່ຈ່າຍໄປເດ??? ຈະຖືວ່າມີຄວາມຜິດທາງກົດໝາຍບໍ່?
ພວກເຮົາ Phomsoupha & Son Law ມີຄຳເຫັນວ່າ:

ກົນລະຍຸດ “ກ່ອງສຸ່ມ” ຖືວ່າແມ່ນກົນລະຍຸດທາງການຕະຫຼາດໜຶ່ງທີ່ບໍ່ຄັດຕໍ່ກົດໝາຍ. ພາຍໃຕ້ກົດໝາຍຂອງ ສປປ ລາວ ບໍ່ໄດ້ມີການກຳນົດຫ້າມບໍ່ໃຫ້ໃຊ້ກົນລະຍຸດທາງການຕະຫຼາດດັ່ງດກ່າວ.

ແຕ່ວ່າຖ້າເຈດຕະນາການໃຊ້ກົນລະຍຸດນີ້ໃນທາງອື່ນເຊັ່ນ: ເຈດຕະນາໂຄສະນາທີມີລັກສະນະຕົວະຍົວະ ຫຼື ຕັ້ງລາຄາທີ່ບໍ່ເໝາະສົມກັບມູນຄ່າສິນຄ້າທີ່ເປັນຈິ່ງ, ການກະທຳດັ່ງກ່າວອາດເຂົ້າຄ່າຍສໍ້ໂກງຊັບກໍເປັນໄປໄດ້.

ມາດຕາ 233 ຂອງ ປະມວນກົດໝາຍອາຍາ 2017 ກຳນົດໄວ້ວ່າ: ບຸກຄົນໃດຫາກໄດ້ໃຊ້ເລ່ລ່ຽມຕົວະຍົວະຫຼອກລວງດ້ວຍວິທີໃດກໍຕາມເພື່ອເຮັດໃຫ້ຜູ້ອື່ນເອົາຊັບໃຫ້ຕົນ ຈະຖືວ່າໄດ້ກະທຳຜິດຖານສໍ້ໂກງຊັບ.

ຄຳຖາມກໍຄືມັນຈະເປັນການຕົວະຍົວະຫຼອກລວງໄດ້ແນວໃດໃນເມື່ອລູກຄ້າເຕັມໃຈຊື້ກ່ອງສຸ່ມນັ້ນເອງ? ຄຳຕອບກໍຄືການທີ່ໂຄສະນາວ່າສິນຄ້າທີ່ຈະໄດ້ຮັບແມ່ນຄຸ້ມຄ່າກັບມູນຄ່າເງິນທີ່ຈ່າຍໄປ

ແຕ່ໃນຄວາມເປັນຈິງມູນຄ່າສິນຄ້າແມ່ນຫຼຸດຈາກຈຳນວນເງິນທີ່ຈ່າຍໄປ ກໍອາດຖືເປັນການຕົວະຍົວະຜູ້ບໍລິໂພກໃຫ້ຫຼົງເຊື່ອໄດ້ວ່າຈະໄດ້ຮັບສິນຄ້າທີ່ມີມູນຄ່າທຽບເທົ່າ ຫຼື ຫຼາຍກ່ອນມູນຄ່າເງິນທີ່ຈ່າຍໄປ.

ອີກປະການໜຶ່ງຄືການເຈດຕະນາສວຍໃຊ້ຄວາມໄວ້ເນື້ອເຊື່ອໃຈຂອງລູກຄ້າທີ່ມີໃຫ້ແກ່ຮ້ານຄ້າກໍອາດຖືໄດ້ວ່າແມ່ນກົນອຸບາຍ ແລະ ເລ່ລຽມອັນໜຶ່ງທີ່ໃຊ້ໃນການຕົວະຍົວະລູກຄ້າເພື່ອມອບຊັບ (ເງິນ) ໃຫ້ແກ່ຕົນ.

ຖ້າຫາກພິສູດແລ້ວວ່າມີຄວາຜິດຈິງ ຜູ້ກະທຳຜິດໄດ້ມີການເຈດຕະນາຫຼອກລວງ ຫຼື ຕົວຍົວະເອົາຊັບລູກຄ້າແລ້ວນັ້ນ ຜູ້ກ່ຽວອາດຈະຖືກລົງໂທດຕັດອິດສະລະພາບແຕ່ 3 ເດືອນ ຫາ 3 ປີ

ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 20.000.000ກີບ. ຫາກມີການສໍ້ໂກງເປັນອາຈິນ ຫຼື ກໍຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 3 ປີ ຫາ 8 ປີ ແລະ ຈະຖືກປັບໃໝແຕ່ 10.000.000 ຫາ 50.000.000 ກີບ.

ເພາະສະນັ້ນ, ພວກເຮົາຢາກຝາກເຕືອນພໍ່ຄ້າແມ່ຄ້າ ແລະ ຫວົໜ່ວຍທຸລະກິດຕ່າງໆໃຫ້ລະມັດລະວັງໃນການໃຊ້ກົນລະຍຸດການຕະຫຼາດກ່ອງຊຸ່ມ,

ຖ້າບໍ່ສະນັ້ນເພື່ອນອາດເຂົ້າຄ່າຍກະທຳຜິດທາງອາຍາກໍເປັນໄປໄດ້

” ນະເພື່ອນນະ “

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *