ລົມພາຍຸພັດເຮືອນປະຊາຊົນ ບ້ານນາໄລ່ດົງ ເມືອງອາດສະພັງທອງ ເສຍຫາຍທັງຫຼັງ ໂຊກດີຄົນບໍ່ຢູ່ເຮືອນ
ໃນເວລາປະມານ 15 ໂມງ ຂອງວັນທີ 14 ພຶດສະພາ 2021 ນີ້ ເກີດພາຍຸຝົນຕົກ, ລົມພັດແຮງເຮັດໃຫ້ເຮືອນປະຊາຊົນເສຍຫາຍ ຢູ່ບ້ານນາໄລ່ດົງ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ
ຜູ້ໃຊ້ເຟສບຸກຊື່ ຫວາ ຊາບິ ໂພສວ່າ: ໝົດເລີຍ ຕາດຸຕົນແທ້ເດ້ 3 ເທື່ອເຮັດ 3 ເທື່ອລົມພັດປິວ, ດີແຕ່ບໍ່ມີຄົນຢູ່ໃນເຮືອນ ບ້ານນາໄລ່ດົງ, ເມືອງອາດສະພັງທອງ ໃຜຢາກຊ່ວຍມາຫາເພີ່ນ ຫລື ວ່າມາຫານາຍບ້ານ
