ລົດໄຟລາວ-ຈີນ ສະເລ່ຍມື້ໜຶ່ງມີຜູ້ໃຊ້ບໍລິການ ເຖິງ 1.554 ຄົນຕໍ່ ຫຼັງເພີ່ມຖ້ຽວບໍລິການ
ວິທະຍຸສາກົນແຫ່ງປະເທດຈີນ CRI FM 93 ລາຍງານໃຫ້ຊາບວ່າ ລົດໄຟລາວ-ຈີນ ສະເລ່ຍມື້ໜຶ່ງມີຜູ້ໃຊ້ບໍລິການ ເຖິງ 1.554 ຄົນຕໍ່ ຫຼັງເພີ່ມຖ້ຽວບໍລິການ
ພາຍຫຼັງລົດໄຟລາວ-ຈີນ ໄດ້ເພີ່ມຖ້ຽວບໍລິການອີກ 1 ຖ້ຽວຈາກນະຄອນຫຼວງວຽງຈັນ-ບໍ່ເຕັນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ເຮັດໃຫ້ມາຮອດວັນທີ 3 ມັງກອນ 2022, ລົດໄຟລາວ-ຈີນ ສາມາດບໍລິການຜູ້ໂດຍສານທັງໝົດ 67 ຄູ່ ບັນຈຸຜູ້ໂດຍສານລວມທັງໝົດ 48.200 ຄົນ (ນັບແຕ່ມື້ເປີດບໍລິການຢ່າງເປັນທາງການ) ສະເລ່ຍແລ້ວ 1.554 ຄົນຕໍ່ມື້. ອີງຕາມຂໍ້ມູນຂອງເຈົ້າໜ້າທີລົດໄຟແຈ້ງໃນວັນທີ 3 ມັງກອນ 2022.
ຂໍ້ມູນແຈ້ງອີກວ່າ: ລົດທາງລົດໄຟລາວ-ຈີນ ຍັງບໍລິການຂົນສົ່ງສິນຄ້າໄດ້ທັງໝົດ 52 ຄູ່ ສາມາດສົ່ງອອກສິນຄ້າທັງໝົດ 50.800 ໂຕນ ເຊິ່ງສະແດງໃຫ້ເຫັນວ່າທັງການບໍລິການຜູ້ໂດຍສານ ແລະ ສິນຄ້າລ້ວນແຕ່ເປັນຂະບວນຟົດຟື້ນ.
.
.
ເນື້ອຫາຮູບພາບ: CRI-FM93.