ລາວພົບອັດຕາການຕິດເຊື້ອໂຄວິດຫຼາຍກ່ວາ 90% ແມ່ນສາຍພັນໂອໄມຄຣອນ

ລາຍງານຈາກຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໃນວັນທີ 7 ເມສາ 2022 ໃຫ້ຮູ້ວ່າ: ສຳລັບ ສປປລາວ, ສະພາບການລະບາດສືບຕໍ່ເພີ່ມຂື້ນໃນແຕ່ລະວັນ ໃນໄລຍະນີ້ ສາຍພັນທີ່ກຳລັງຈໍລະຈອນລະບາດໃນຊຸມຊົນກໍ່ຍັງແມ່ນໂອໄມຄຣອນ ທີ່ມີອັດຕາການພົບເຊື້ອຫຼາຍກ່ວາ 90% ໃນແຕ່ລະວັນ ສະເພາະ 1 ອາທິດຜ່ານມາມີຜູ້ຕິດເຊື້ອສະສົມທັງໝົດ 14,119 ກໍລະນີ ສະເລ່ຍຕິດເຊື້ອ ຫຼາຍກ່ວາ 2,000 ກໍລະນີ/ວັນ ໃນນີ້ຕິດເຊື້ອພາຍໃນ ກວມເອົາຫຼາຍກ່ວາ 98,7%, ສະເພາະ ນະຄອນຫຼວງວຽງຈັນ ຫຼາຍກ່ວາ 50 % ຂອງຜູ້ຕິດເຊື້ອທັງໝົດ ສັງເກດເຫັນວ່າໄລຍະນີ້ອັດຕາການກວດພົບເຊື້ອໃນແຕ່ລະແຂວງແມ່ນສູງຫຼາຍ ທົ່ວປະເທດອັດຕາການກວດພົບເຊື້ອ ຫຼາຍກ່ວາ 45% ທຽບໃສ່ຈຳນວນຕົວຢ່າງທີ່ເກັບມາກວດ.
ຕໍ່ກັບສະພາບການລະບາດໃນໄລຍະນີ້ ຕ້ອງສືບຕໍ່ປັບຕົວເຂົ້າກັບການດຳລົງຊີວິດປົກກະຕິແບບໃໝ່ ເພື່ອຮຽນຮູ້ການຢູ່ຮ່ວມກັບໂຄວິດ-19ຢ່າງປອດໄພຕໍ່ຕົນເອງ ແລະ ທຸກຄົນໃນສັງຄົມ , ໃນໄລຍະນີ້ການຕິດເຊື້ອແຜ່ກະຈາຍໃນວົງກ້ວາງພົບໃນທຸກກຸ່ມອາຍຸລວມທັງເດັກນ້ອຍທີ່ມີອາຍຸຕ່ຳກ່ວາ 5 ປີ ເຊີ່ງເປັນໄວທີ່ຍັງບໍ່ຮອດເກນອາຍຸຮັບການສັກຢາວັກຊີນປ້ອງກັນ ພະຍາດໂຄວິດ 19 ສົມທົບກັບໄລຍະນີ້ກໍ່ໄດ້ ຄ່ອຍເລີ້ມ ມີການເປີດການຮຽນ-ການສອນເປັນປົກກະຕິເພື່ອໃຫ້ເດັກນ້ອຍໄດ້ເຂົ້າໂຮງຮຽນຕາມໄວອາຍຸ ເຊີ່ງບັນດາ ໂຮງຮຽນທີ່ເປີດນັ້ນ ກໍ່ໄດ້ ມີການ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຕາມມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ແຕ່ກໍ່ຂໍໃຫ້ພໍ່ແມ່ຜູ້ປົກຄອງຈົ່ງໝັ່ນສັງເກດອາການລູກຫຼານຕົນເອງ ເພາະເດັກອາດຈະບໍ່ຮູ້ປະຕິບັດມາດຕະການປ້ອງກັນຕົນເອງ ໄດ້ດີເທົ່າທີ່ຄວນ ຕ້ອງອາໃສຄູອາຈານ ແລະ ພໍ່ແມ່ຜູ້ປົກຄອງເປັນເຈົ້າການໃນການປ້ອງກັນການຕິດເຊື້ອໃນ ເດັກ ກູ່ມອາຍຸດັ່ງກ່າວ ພ້ອມກັນນີ້ກໍ່ຂໍໃຫ້ພໍ່ແມ່ຜູ້ປົກຄອງໝັ່ນສັງເກດອາການຖ້າເດັກນ້ອຍບໍ່ສະບາຍຫຼືມີອາການຄ້າຍຄືໄຂ້ຫວັດກໍ່ໃຫ້ພາລູກຫຼານໄປກວດໂດຍທັນທີ ແລະ ຢຸດການໄປໂຮງຮຽນຊົ່ວຄາວ ທັງນີ້ກໍ່ເພື່ອໃຫ້ກວດພົບການຕິດເຊື້ອພະຍາດໄດ້ໄວ ຫຼີກລຽງແຜ່ເຊື້ອໃສ່ຄົນອື່ນ. ແລະ ເດັກກໍຈະໄດ້ຮັບການປີ່ນປົວຮັກສາໃຫ້ທັນເວລາ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *